ປະຊາຊົນມີຄວາມເອກອ້າງທະນົງໃຈ ແລະ ຕັ້ງຄວາມຫວັງຕໍ່ບັນດາກິດຈະກຳ, ໂຄງການຈຸດສຸມ
19/12/2025 11:01
(VOVWORLD) - ເລື່ອງມີ 234 ກິດຈະກຳ, ໂຄງການພື້ນຖານໂຄງລ່າງຈຸດສຸມໃນທົ່ວປະເທດໄດ້ຮັບການເປີດນຳໃຊ້, ເລີ່ມລົງມືກໍ່ສ້າງ, ນຳເຂົ້າໃຊ້ງານໃນຕອນເຊົ້າວັນທີ 19 ທັນວານັ້ນ, ພວມໄດ້ຮັບຄວາມສົນໃຈ, ການລໍຄອຍຈາກປະຊາຊົນຈຳນວນຫຼາຍຢູ່ທ້ອງຖິ່ນຕ່າງໆ.

ໂດຍເປັນສັກຂີພິຍານພິທີເລີ່ມລົງມືກໍ່ສ້າງໂຄງການເຂດຕົວເມືອງກິລາ Olympic ໂດຍມີການເຂົ້າຮ່ວມຂອງທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ, ເຊິ່ງແມ່ນ 1 ໃນ 2 ໂຄງການໃຫຍ່ຂອງນະຄອນຫຼວງ ຮ່າໂນ້ຍ, ປະຊາຊົນຢູ່ຕາແສງ ເທື້ອງຟຸກ ມີຄວາມປະຕິຊົມຊື່ນ, ເອກອ້າງທະນົງໃຈ ເມື່ອມີກິດຈະກຳໃຫຍ່ລະດັບໂລກ, ປະສົມລະຫວ່າງຕົວເມືອງກັບກິລາ, ການບໍລິການ ທີ່ໄດ້ເລີ່ມລົງມືກໍ່ສ້າງຢູ່ບ້ານເກີດເມືອງນອນຂອງຕົນ.
TAG
VOV/VOVworld/ເລີ່ມລົງມືກໍ່ສ້າງ/ເປີດນຳໃຊ້/ໂຄງການ/ກິດຈະການ/ເສັ້ນທາງລົດໄຟ ລາວກາຍ - ຮ່າໂນ້ຍ - ຫາຍຟ່ອງ
Related





