ປະຊາຄົມສາກົນ ຮ່ວມແຮງຮ່ວມໃຈ ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຢູ່ ຕວັກກີ ແລະ ຊີຣີ
09/02/2023 08:27
(VOVWORLD) - ໃນວັນທີ 8 ກຸມພາ, ກະຊວງສາທາລະນະສຸກ ອິດສະຣາແອັນ ຖະແຫຼງວ່າການຈະສົມທົບກັບກອງທັບ ຕັ້ງໂຮງໝໍກາງສະໜາມຢູ່ ຕວັກກີ ເພື່ອໃຫ້ການຊ່ວຍເຫຼືອດ້ານສາທາລະນະສຸກໃຫ້ແກ່ຜູ້ປະສົບເຄາະຮ້າຍໃນເຫດແຜ່ນດິນໄຫວ.

ວັນທີ 8 ກຸມພາ, ກ່າວຄຳເຫັນກັບບັນດານັກຂ່າວໃນການຢ້ຽມຢາມແຂວງ Kahramanmaras ທີ່ຢູ່ໃກ້ກັບຈຸດໃຈກາງແຜ່ນດິນໄຫວ ຄັ້ງທຳອິດ, ທ່ານເລຂາທິການໃຫຍ່ ຕວັກກີ Tayyip Erdogan ໃຫ້ຮູ້ວ່າ ການບັ້ນກູ້ໄພກູ້ຊີບ ໄດ້ກັບຄືນມາເຄື່ອນໄຫວເປັນປົກກະຕິ. ວົງການເຈົ້າໜ້າທີ່ຂອງ ຕວັກກີ ຄາດຄະເນວ່າ ມີປະຊາຊົນໄດ້ຮັບຜົນສະທ້ອນຈາກເຫດແຜ່ນດິນໄຫວ ປະມານ 13,5 ລ້ານຄົນ ແລະ ມີເຮືອນຫຼາຍກວ່າ 6.400 ຫຼັງ ຢູ່ຕວັກກີ ຖືກພັງພິນາດ. ທ່ານປະທານາທິບໍດີ Erdogan ໃຫ້ຮູ້ວ່າ ລັດຖະບານ ຄາດວ່າ ໃນຮອບເວລາ 1 ປີ ຈະສ້າງເຮືອນຢູ່ໃຫ້ປະຊາຊົນທີ່ເສຍເຮືອນຊານຢູ່ 10 ແຂວງ.
TAG
VOV/VOVworld/ຕວັກກີ/ແຜ່ນດິນໄຫວ/ປະຊາຄົມສາກົນ
Related




