ປະທານາທິບໍດີຟີລິບປິນມີຄວາມປອດໄພພາຍຫຼັງເຫດລະເບີດຢູ່Davao
03/09/2016 09:43
ທ່ານ Paolo Duterte, ຮອງເຈົ້າຄອງນະຄອນ Davao ໃຫ້ຮູ້ວ່າ: ພໍ່ຂອງທ່ານແມ່ນປະທານາທິບໍດີ ຟີລິບປິນ Rodrigo Duterte, ກໍ່ມີໜ້າຢູ່ນະຄອນ Davao ທາງພາກໃຕ້ໃນຈຸດເວລາເກີດການລະເບີດ ເຮັດໃຫ້ຢ່າງໜ້ອຍສຸດມີ 10 ຄົນເສຍຊີວິດ ໃນວັນທີ 2/9
ປະທານາທິບໍດີ ຟີລິບປິນ Rodrigo Duterte ໂອ້ລົມກັບພີ່ນ້ອງຜູ້ຮັບບາດເຈັບ
(ພາບ: thanhnien.vn/)
(vovworld) – ທ່ານ Paolo Duterte, ຮອງເຈົ້າຄອງນະຄອນ Davao ໃຫ້ຮູ້ວ່າ: ພໍ່ຂອງທ່ານແມ່ນປະທານາທິບໍດີ ຟີລິບປິນ Rodrigo Duterte, ກໍ່ມີໜ້າຢູ່ນະຄອນ Davao ທາງພາກໃຕ້ໃນຈຸດເວລາເກີດການລະເບີດ ເຮັດໃຫ້ຢ່າງໜ້ອຍສຸດມີ 10 ຄົນເສຍຊີວິດ ໃນວັນທີ 2/9. ຕາມທ່ານ Paolo Duterte ແລ້ວ, ທ່ານປະທານາທິບໍດີ Duterte ຍັງມີຄວາມປອດໄພ ແລະ ຢູ່ໃນປ້ອມຕຳຫຼວດແຫ່ງໜຶ່ງພາຍຫຼັງເກີດເຫດລະເບີດ.
ກ່ອນໜ້ານັ້ນ, ເມື່ອຕອບສຳພາດໃນຊ່ອງ CNN ຟີລິບປິນ, ທ່ານ Ernesto Abella, ໂຄສົກຂອງທ່ານປະທານາທິບໍດີ Rodrigo Duterte, ເວົ້າວ່າມີ 10 ຄົນເສຍຊີວິດ ແລະ 60 ຄົນຖືກຮັບບາດເຈັບໃນເຫດວາງລະເບີດ. ໃນຂະນະນັ້ນ, ໂຄສົກກອງທັບ ຟີລິບປິນ ໃຫ້ຮູ້ວ່າ: ເຫດລະເບີດເກີດຂຶ້ນຢູ່ຕະຫຼາດແຫ່ງໜຶ່ງຕາມທ້ອງຖະໜົນຢູ່ນອກໂຮງແຮມ Marco Polo.
Tag: