ປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນຕ້ອນຮັບລັດຖະມົນຕີການຕ່າງປະເທດອັງກິດ
13/04/2016 11:44
ປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນຕ້ອນຮັບລັດຖະມົນຕີການຕ່າງປະເທດອັງກິດ

ທ່ານ Philip Mammond ລັດຖະມົນຕີການຕ່າງປະເທດສະຫະລາຊະອານາຈັກອັງກິດ ແລະ ອຽກລັງເໜືອ (AFP) (vovworld)- ທີ່ການຕ້ອນຮັບທ່ານ Philip Mammond ລັດຖະມົນຕີການຕ່າງປະເທດສະຫະລາຊະອານາຈັກອັງກິດ ແລະ ອຽກລັງເໜືອ, ຕອນເຊົ້າວັນທີ 13/4, ທ່ານປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ຫງວຽນແທ່ງຟອງ ໄດ້ເນັ້ນໜັກວ່າ : ການຢ້ຽມຢາມຂອງທ່ານ Philip Mammond ແມ່ນໂອກາດເພື່ອປັບປຸງ ແລະ ຍົກລພດັບການພົວພັນຮ່ວມມືລົງທຶນດ້ານການຄ້າລະຫວ່າງ 2 ຝ່າຍໃນໄລຍະທີ່ຈະມາເຖິງ. ສ່ວນທ່ານ Philip Mammond ລັດຖະມົນຕີການຕ່າງປະເທດສະຫະລາຊະອານາຈັກອັງກິດ ແລະ ອຽກລັງເໜືອ ໃຫ້ຮູ້ວ່າ ທ່ານເຊື່ອໝັ້ນ ແລະ ມີຄວາມຫວັງຕໍ່ການເຕີບໂຕໃນໄລຍະທີ່ຈະມາເຖິງຂອງພື້ນຖານເສດຖະກິດຫວຽດນາມເວົ້າລວມ ແລະ ນະຄອນໂຮ່ຈິມິນເວົ້າສະເພາະ. ບັນດາວິສາຫະກິດອັງກິດທີ່ເຄຶ່ອນໄຫວໃນນະຄອນຕີລາຄາສູງການຮ່ວມມື, ຫນູນຊ່ວຍຂອງອຳນາດການປົກຄອງນະຄອນໃນໄລຍະຜ່ານມາ ແລະ ຫວັງວ່າໃນໄລຍະທີ່ຈະມາເຖິງ ການພົວພັນນີ້ຈະສືບຕໍ່ບັນລຸໝາກຜົນທີ່ດີງາມກວ່າເກົ່າ. 2 ຝ່າຍສືບຕໍ່ຈະເພີີ່ມທະວີການລົງທຶນເຂົ້າຂົງເຂດພື້ນຖານໂຄງລ່າງຕົວເມືອງ, ການຮ່ວມມືໃນຂົງເຂດສຶກສາ-ກໍ່ສ້າງ, ການໜູນຊ່ວຍສັງຄົມ…
TAG
vovworld/ອຽກລັງເໜືອ
Related





