ປະທານປະເທດ Truong Tan Sang ສືບຕໍ່ເຮັດວຽກ ຢູ່ແຂວງເຊີນລາ
13/04/2012 10:57
ປະທານປະເທດ Truong Tan Sang ສືບຕໍ່ເຮັດວຽກຢູ່ແຂວງເຊີນລາ

ທ່ານປະທານປະເທດ Truong Tan Sangໂອ້ລົມກັບນັກສຶກສາ ມະຫາວິທະຍາໄລໄຕບັກ (ພາບ: tinnhanhviet.com) (vovworld) - ຕອນເຊົ້າວັນທີ 13-4, ທ່ານປະທານປະເທດ Truong Tan Sang ພ້ອມກັບຄະນະປະຕິບັດງານໄດ້ມີການເຮັດວຽກກັບສານປະຊາຊົນ ແລະ ໄອຍະການປະຊາຊົນແຂວງເຊີນລາ ກ່ຽວກັບວຽກງານປະຕິຮູບດ້ານຍຸຕິທຳ ແລະ ໄປຢ້ຽມຢາມມະຫາວິທະຍາໄລໄຕບັກ. ທ່ານປະທານປະເທດໃສ່ໃຈວ່າ, ເຊີນລາ ແມ່ນແຂວງທີ່ມີທີ່ຕັ້ງພູມສາດຫຍຸ້ງຍາກ, ສະພາບອາດສະຍາກຳຜັນແປໄປຢ່າງສັບສົນ, ດັ່ງນັ້ນບັນດາຂະແໜງຍຸຕິທຳຕ້ອງສະແດງໃຫ້ເຫັນບົດບາດຂອງຕົນ, ປະຕິບັດກົດໝາຍຢ່າງເຂັ້ມງວດ, ຜ່ານນັ້ນປະກອບສ່ວນຍົກສູງສະຕິປະຕິບັດກົດໝາຍຂອງໝູ່ມະຫາຊົນ. ແລະກໍ່ໃນຕອນເຊົ້າວັນທີ 13/4, ທ່ານປະທານປະເທດ Truong Tan Sang ພ້ອມກັບຄະນະປະຕິບັດງານໄດ້ໄປຖະຫວາຍທູບທຽນ ແລະ ດອກໄມ້ຢູ່ສຸສານຄຸກເຊີນລາ ແລະ ໄປຢ້ຽມຢາມມະຫາວິທະຍາໄລໄຕບັກ, ເຊິ່ງແມ່ນແຫ່ງທີ່ພວມບຳລຸງສ້າງບັນດາພະນັກງານໃນອະນາຄົດໃຫ້ແກ່ເຂດ ແລະນັກສຶກສາລາວຈຳນວນໜຶ່ງ. ທ່ານປະທານປະເທດເນັ້ນໜັກວ່າ:
TAG
ປະທານປະເທດ
Truong Tan Sang
Related
More




