ຕາມທ່ານ ໂຮ່ກວັກຢຸງ, ຮອງນາຍົກລັດຖະມົນຕີ ຫວຽດນາມ ແລ້ວ, ເລື່ອງກໍ່ສ້າງຮ່າງດຳລັດ ເພື່ອຮັບໃຊ້ວຽກງານບໍລິຫານລັດກ່ຽວກັບສິນໃນນ້ຳ; ພິເສດ, ຮັບໃຊ້ວຽກງານປ້ອງກັນ, ຕ້ານການຂຸດຄົ້ນສິນໃນນ້ຳແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ຖືກຕ້ອງຕາມຂໍ້ກຳນົດ (IUU) ຕາມຂໍ້ສະເໜີແນະຈາກຄະນະກຳມະການເອີຣົບ (EC). ເມື່ອກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານ ໂຮ່ກວັກຢຸງ ຮອງນາຍົກລັດຖະມົນຕີ ຫວຽດນາມ ເນັ້ນໜັກວ່າ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຕ້ອງສືບຕໍ່ຄົ້ນຄວ້າບັນດາຂໍ້ສະເໜີແນະທີ່ເໝາະສົມຂອງ EC ເພື່ອເພີ່ມເຕີມ, ປັບປຸງຮ່າງດຳລັດໃຫ້ສົມບູນແບບ, ຮີບເຮັ່ງປັບປຸງຮ່າງດຳລັດໃຫ້ສຳເລັດ ເພື່ອລາຍງານໃຫ້ EU ກ່ຽວກັບບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ໃນການຍົກເລີກ “ປັດເຫຼືອງ” IUU ຕາມຂໍ້ສະເໜີແນະຂອງຄະນະກວດກາ EC.




