ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໃນ​ປັດ​ຈຸ​ບັນ​ແມ່ນ ຕ້ອງ​ກຳ​ນົດ​ແຈ້ງ​ເປົ້າ​ໝາຍ​ພັດ​ທະ​ນາ​ໃນ​ການ​ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ​ໂດ​ຍ​ພື້ນ​ຖານ​ໃນ​ໄລ​ຍະ​ໃໝ່, ຮັບ​ປະ​ກັນ​ການ​ແກ້​ໄຂ​ບັນ​ດາ​ຈຸດ​ອຸດ​ຕັນ​ສະ​ເພາະ​ໜ້າ, ທັງ​ສ້າງ​ພື້ນ​ຖານ​ພູມ​ປັນ​ຍາ​ທີ່​ຍາວ​ນານ​ໃຫ້​ແກ່​ການ​ພັດ​ທະ​ນາ​ໂດຍ​ໄວ, ຍືນ​ຍົງ​ໃຫ້​ແກ່​ປະ​ເທດ​ຊາດ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ເນັ້ນ​ໜັ​ຄື​ດັ່ງ​ກ່າວ​ທີ່​ການ​ເຮັດ​ວຽກ​ກັບ​ຄະ​ນະ​ປະ​ຈຳ​ຄະ​ນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ ແລະ ຫັນ​ເປັນ​ດີ​ຈີ​ຕອນ ກັບ​ບັນ​ດາ​ອົງ​ການ​ທີ່​ກ່ຽວ​ຂ້ອງ​ເພື່ອ​ແນ​ໃສ່​ໃຫ້​ແຜນ​ນະ​ໂຍ​ບາຍ ກ່ຽວ​ກັບ​ວຽກ​ງານ​ການ​ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ​ໂດຍ​ພື້ນ​ຖານ ທີ່​ໄດ້​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 25 ພຶດ​ສະ​ພາ, ຢູ່​ຮ່າ​ໂນ້ຍ.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຊີ້​ແຈ້ງ​ທັດ​ສະ​ນະ, ວຽກ​ງານ​ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ​ໂດຍ​ພື້ນ​ຖານ​ຕ້ອງ​ປ່ຽນ​ແປງ​ໃໝ່​ຢ່າງ​ແຮງກວ່າ​ອີກ​ທັງ​ດ້ານ​ຄວາມ​ຮັບ​ຮູ້, ລະ​ບອບ​ລະ​ບຽບ​ການ, ກົນ​ໄກ​ລົງ​ທຶນ, ການ​ຈັດ​ຕັ້ງ​ປະ​ຕິ​ບັດ ແລະ ວິ​ທີ​ການ​ເຄື່ອນ​ໄຫວ ເພື່ອ​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ພັດ​ທະ​ນາ ປະ​ເທດ​ຊາດ​ໃນ​ໄລ​ຍະ​ໃໝ່. ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ເນັ້ນ​ໜັກ​ວ່າ:

ພວກ​ເຮົາ​ຕ້ອງວາງ​ເປົ້າ​ໝາຍ​ສັງ​ລວມ​ແມ່ນ​ສ້າງ​ພື້ນ​ຖານ​ການ​ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ​​ພື້ນ​ຖານ​ຫວຽດ​ນາມ ທັນ​ສະ​ໄໝ, ເປັນ​ເຈົ້າ​ຕົນ​ເອງ, ເຊື່ອມ​ໂຍງ, ມີ​ຈຸດ​ສຸມ, ມີ​ຄວາມ​ສາ​ມາດ​ສ້າງ​ພູມ​ປັນ​ຍາ​ໃໝ່, ສ້າງ​ບຸກ​ຄະ​ລາ​ກອນຍອດ​ຢ້ຽມ, ສະ​ໜອງ​ຂໍ້​ອ້າງ​ອີ່ງ ​ຍຸດ​ທະ​ສາດ​ໃຫ້​ແກ່​ການວາງ​ແຜນ​ຜັງ​ແນວ​ທາງ, ນະ​ໂຍ​ບາຍ ແລະ ເປັນ​ພື້ນ​ຖານ​ໃຫ້​ແກ່​ການ​ພັດ​ທະ​ນາ​ເຕັກ​ໂນ​ໂລ​ຢີ​ຍຸດ​ທະ​ສາດ, ຮັບ​ໃຊ້​ການ​ພັດ​ທະ​ນາ​ໂດຍ​ໄວ, ຍືນ​ຍົງ​ຂອງ​ປະ​ເທດ​ຊາດ.