ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ​ຊີ້​ແຈ້ງວ່າ​ການ​ພັດ​ທະ​ນາ​ເຮືອນ​ຢູ່​ສັງ​ຄົມ ເວົ້າ​ລວມ ແລະ ເຮືອນ​ຢູ່​ໃຫ້​ເຊົ່າ​ເວົ້າ​ສະ​ເພາະ​ໃນ​ໄລ​ຍະ​ຜ່ານ​ມາ​ບັນ​ລຸ​ໝາກ​ຜົນ​ທີ່​ຕັ້ງ​ໜ້າ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ປັດ​ຈຸ​ບັນ ຫາ​ກໍ່​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ມີ​ເຮືອນ​ຢູ່, ກຳ​ມະ​ສິດ​ເຮືອນ​ຢູ່, ໃນ​ຂະ​ນະ​ທີ່​ຄວາມ​ຕ້ອງ​ການ​ເຊົ່າ​ເຮືອນ​ດ້ວຍ​ລາ​ຄາ​ສົມ​ເຫດ​ສົມ​ຜົນ​ຂອງ​ຜູ້​ອອກ​ແຮງ​ງານ, ນັກ​ສຶກ​ສາ, ພະ​ລັງານ, ລັດ​ຖະ​ກອນ, ກຳ​ລັງ​ປະ​ກອບ​ອາ​ວຸດ​ແມ່ນ​ໃຫຍ່ຫຼວງ​ທີ່​ສຸດ​ແຕ່​ຍັງ​ບໍ່​ທັນ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເທົ່າ​ທີ່​ຄວນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ສະ​ເໜີ​ວ່າ:

ຕ້ອງ​ອີງ​ຕາມ​ການ​ວາງ​ແຜນ​ຜັງ​ຕົວ​ເມືອງ ແລະ ຊົນ​ນະ​ບົດ​ຂອງ ຮ່າ​ໂນ້ຍ. ກ່ອນ​ອື່ນ​ໝົດ​ຍັງ​ບໍ່​ທັນ​ລະ​ດົມ​ແຫຼ່ງ​ກຳ​ລັງ​ຂອງ​ສັງ​ຄົມ, ແຫຼ່ງ​ກຳ​ລັງ​ເອ​ກະ​ຊົນ​, ລັດ​ຕ້ອງ​ລົງ​ທຶນ, ສຸມ​ໃສ່​ກໍ່​ສ້າງ. ກະ​ຊວງ​ກໍ່​ສ້າງ​ປະ​ສານ​ສົມ​ທົບ​ກັບ​ຮ່າ​ໂນ້ຍ ເພື່ອ​ມີ​ມາດ​ຕະ​ຖານ. ສ້າງ​ໃນ​ໄລ​ຍະ​ເວ​ລາ​ຄື​ແນວ​ໃດ ລັດ​ບໍ່​ເກັບ​ຄ່າ​ດິນ, ພຽງ​ແຕ່​ຄິດ​ໄລ່​ຄ່າ​ກໍ່​ສ້າງ ແລະ ຫຼັງ​ຈາກ​ນັ້ນ​ຊຳ​ລະ​ຄ່າ​​ໃຊ້​ຈ່​າຍທີ່​ກ່ຽວ​ຂ້ອງ, ນັບ​ທັງ​ຄ່າ​ເຄື່ອນ​ໄຫວ, ບຳ​ລຸງ​ໃນ​ອະ​ນາ​ຄົດ. ຖ້າ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ ໃຫ້​ເຊົ່າ​ແຕ່ ເວ​ລາ 15 – 20 ປີ ຄວາມ​ຕ້ອງ​ການ​ຕ້ອງ​ມີ​ເຮືອນ​ຢູ່​ຈະຫຼຸດ​ລົງຫຼາຍ.