ວັນ​ທີ 25 ພຶດ​ສະ​ພາ, ທີ່​ການ​ເຈ​ລະ​ຈາ​ທາງ​ໂທ​ລະ​ສັບ​ກັບ​ທ່ານ Marco Rubio ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ, ທ່ານ Sergey Lavrov ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ລັດ​ເຊຍ ໄດ້​ແຈ້ງ​ກັບ​ຝ່າຍ​ອາ​ເມ​ລິ​ກາ​ຢ່າງ​ເປັນ​ທາງ​ການ ກ່ຽວ​ກັບ​ກາ​ນ​ກະ​ທຳ​ໂຕ້​ຕອບດ້ານ​ການ​ທະ​ຫານ​ເຊິ່ງ​ຝ່າຍ ລັດ​ເຊຍ ເອີ້ນ​ວ່າ “ການ​ກໍ​ການ​ຮ້າຍ”, ໂດຍ​ອຳ​ນາດ​ການ​ປົກ​ຄອງ ຢູ​ແກຼນ ດຳ​ເນີນ ທີ່ເລັ່ງ​ໃສ່​ສາ​ມັນ​ຊົນ ແລະ ບັນ​ດາ​ເຂດ​ຊຸມ​ຊົນ​ໃນ​ຜືນ​ແຜ່ນ​ດິນ​ລັດ​ເຊຍ.

ຕາມ​ນັ້ນ​ແລ້ວ, ກຳ​ລັງ​ປະ​ກອບ​ອາ​ວຸດ ສະ​ຫະ​ພັນ ລັດ​ເຊຍ ​ເລີ່ມ​ດຳ​ເນີນ​​ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​​ຢ່າງເປັນລະ​ບົບ ແລະ ຕໍ່​ເນື່ອງ ເລັ່ງ​ໃສ່​ບັນ​ດາ​ເປົ້າ​ໝາຍ​ຢູ່​ຢູ​ແກຼນ, ລວມ​ມີ​ບັນ​ດາ​ຮາກ​ຖານ​ທີ່​​ຮັບ​ໃຊ້​ໃຫ້​ກຳ​ລັງ​ປະ​ກອບ​ອາ​ວຸດ, ກໍ່​ຄື​ບັນ​ດາ​ສູນ​ທີ່ອອກ​ຂໍ້​ຕົກ​ລົງ​ທີ່​ກ່ຽວ​ຂ້ອງ. ທ່ານ ລັດ​ຖະ​ມົນ​ຕີການ​ຕ່າງ​ປະ​ເທດ Lavrov ກໍ່​ໄດ້​ເຕື້ອງ​ເຖິງ​ຖະ​ແຫຼງ​ການ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ລັດ​ເຊຍ ທີ່​ສະ​ເໜີ​ບັນ​ດາ​ປະ​ເທດ ມີ​ອົງ​ການ​ຕາງ​ໜ້າ​ຢູ່ Kiev, ນະ​ຄອນຫຼວງ ຢູ​ແກຼນ ໃນ​ນັ້ນ​ມີ ອາ​ເມ​ລິ​ກາ, ​ອົບ​ພະ​ຍົບ​ພະ​ນັກ​ງານ​​ການ​ທູດ ແລະ ພົນ​ລະ​ເມືອງ​ອອກ​ຈາກ Kiev. ທີ່​ການ​ເຈ​ລະ​ຈາ​ທາງ​ໂທ​ລະ​ສັບ, ສອງ​ຝ່າຍ​ກໍ່​ຢັ້ງ​ຢືນຄວາມ​ປາດ​ຖະ​ໜາ​ຢາກ​ສືບ​ຕໍ່​ມາ​ນະ​ພະ​ຍາ​ຍາມ​ຫັນ​ການ​ເຄື່ອນ​ໄຫວ​ທາງ​ການ​ທູດ​ສອງ​ຝ່າ​ຍ​ເປັນ​ປົກ​ກະ​ຕິ ໂດຍ​ບໍ່​ຫົວ​ຊາ​ຕໍ່​ຄວາມ​ແຕກ​​ຕ່າງ​ກັນ​ທີ່​ຍັງ​ຄົງ​ຕົວ.