ລາຍການດັ່ງກ່າວ ຈະນຳມາໃຫ້ຜູ້ຊົມພື້ນທີ່ສິລະປະທີ່ຟົດຟື້ນ, ສີສັນວັດທະນະທຳທີ່ຫຼາກຫຼາຍຢູ່ແມ່ນ້ຳເຮືອງ ທີ່ສວຍງາມດັ່ງໃນຝັນ. ສັບປະດາດົນຕີ ເຕົ້າໂຮມນັກສິລະປິນຈຳນວນຫຼາຍ ແລະ ກອງສິລະປະທີ່ມີຊື່ສຽງມາຈາກ ຝລັ່ງ, ແອັດສະປາຍ, ອົດສະຕາລີ, ຍີ່ປຸ່ນ, ສ.ເກົາຫຼີ ແລະ ຫວຽດນາມ. ທ່ານ ເຈິ່ນຫືວຖຸ່ຍຢາງ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ເຫວ້, ຫົວໜ້າຄະນະຈັດຕັ້ງ Festival ເຫວ້ ໃຫ້ຮູ້ວ່າ:
“ເຫດການດົນຕີໃນສັບປະດາດົນຕີສາກົນ ເຫວ້ ໃນ Festival ຄັ້ງນີ້ ມີລັກສະນະລະສັງຄົມສູງທີ່ສຸດ. ໂດຍມີການເຂົ້າຮ່ວມຂອງບັນດາກອງສິລະປະທີ່ມີຈາກ ສ.ເກົາຫຼີ, ຍີ່ປຸ່ນ, ອົດສະຕາລີ, ແອັດສະປາຍ, ຝລັ່ງ… ນອກຈາກນັ້ນແລ້ວ, ຍັງມີການເຂົ້າຮ່ວມຂອງ ບັນດານັກຮ້ອງຢູ່ພາຍໃນປະເທດອີກດ້ວຍ. ສະນັ້ນ, ພວກຂ້າພະເຈົ້າຫວັງວ່າ ສັບປະດາດົນຕີທີ່ຈັດຂຶ້ນແຕ່ວັນທີ 13 – 18 ມິຖຸນານີ້ ຈະແມ່ນລາຍການທີ່ມີຄຸນນະພາບທີ່ສຸດ”.




