ເປົ້າ​ໝາຍ​ລວມ​ຂອງ​ໂຄ​ງ​ການ​ ແມ່ນ​ແນ​ໃສ່​ຊຸກ​ຍູ້​ວິ​ສາ​ຫະ​ກິດ​ພາກ​ເອ​ກະ​ຊົນ ເຕີບ​ໂຕ​ດ້ານ​ຄຸນ​ນະ​ພາບ ແລະ ປະ​ສິດ​ທິ​ຜົນ​ຕາມ​ທິດ​ຍືນ​ຍົງ, ຮັບ​ປະ​ກັນ​ໃຫ້​ທຸກ​ການ​ເຄື່ອນ​ໄຫວ​ມີ​ຄວາມ​ດຸ່ນ​ດ່ຽງ​ລະ​ຫວ່າງປະ​ສິດ​ທິ​ຜົນ​ເສ​ດ​ຖະ​ກິດ ກັບ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ສັງ​ຄົມ ແລະ ການ​ປົກ​ປັກ​ຮັກ​ສາ​ຊັບ​ພະ​ຍາ​ກອນ​ສິ່ງ​ແວດ​ລ້ອມ, ແນ​ໃສ່​ຫັນ 17 ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ (SDGs) ໃຫ້​ປະ​ກົດ​ຜົນ​ເປັນ​ຈິ​ງ​ຢ່າງ​ຄົບ​ຊຸດ​ໃນ​ປີ 2030 ແລະ ບັນ​ລຸ​ຄຳ​ໝັ້ນ​ສັນ​ຍາ Net Zero ໃນ​ປີ 2050. ພັດ​ທະ​ນາ​ລະ​ບົບ​ນິ​ເວດ​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ, ​ທຸ​ລະ​ກິດ​ຄອບ​ຄົວ, ສະ​ຫະ​ກອນ​ດຳ​ເນີນ​ທຸ​ລະ​ກິດ​ແບບ​ຍືນ​ຍົງ, ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ສ້າງວຽກ​ເຮັດ​ງານ​ທຳ, ຍົກ​ສູງ​ລະ​ດັບ​​ຄອງ​ຊີບ​ໃຫ້​ແກ່ຜູ້​ອອກ​ແຮງ​ງານ​​ທີ່ມີ​ລາຍ​ຮັບ​ຕ່ຳ, ຜູ້​ທີ່​ມີ​ຄວາມ​ສ່ຽງ​ສູງກວ່າ​ເພິ່ນ, ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ ແລະ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກ​າດ​ຢູ່ ຫວຽດ​ນາມ.

ເປົ້າ​ໝາຍ​ໄລ​ຍະ 2026 – 2030 ຂອງ​ໂຄງ​ການ ແມ່ນ​ແນ​ໃສ່​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ, ທຸ​ລະ​ກິດ​ຄອບ​ຄົວ, ສະ​ຫະ​ກອນ 25.000 ແຫ່ງ​ດຳ​ເນີນ​ທຸ​ລະ​ກິດ​ແບບ​ຍືນ​ຍົງ. ໜູນ​ຊ່ວຍ​ສ້າງ​ ຮູບ​ແບບ​ດຳ​ເນີນ​ທຸ​ລະ​ກິດ, ທຸ​ລະ​ກິດ​ຄອບ​ຄົວ, ສະ​ຫະ​ກອນ​ຢ່າງ​ໜ້ອຍ​ສຸດ 20 ຮູບ​ແບບດຳ​ເນີນ​ທຸ​ລະ​ກິດ​ແບບ​ຍື​ນ​ຍົງ​ປະ​ສົບ​ຜົນ​ສຳ​ເລັດ ເພື່ອ​ແຜ່​ກະ​ຈາຍ, ສົ່ງ​ເສີມ​ບັນ​ດາ​ວິ​ສາ​ຫະ​ກິດ​ພັດ​ທະ​ນາ​ແບບ​ຍືນ​ຍົງ./.