VOV WorldVOV World
ພາຍຸ Lekima ຢູ່ຈີນ ເຮັດໃຫ້ 28 ຄົນເສຍຊີວິດ
11/08/2019 10:04
(VOVWORLD) -ປະຊາຊົນປະມານ 01 ລ້ານຄົນ ຕ້ອງຍົກຍ້າຍໄປເຂດທີ່ປອດໄພ ແລະ ເກືອບ 5 ລ້ານຄົນຢູ່ແຂວງເຈື້ອຈຽງ ຖືກຜົນສະທ້ອນ.
ພາຍຸ Lekima ຢູ່ຈີນ ເຮັດໃຫ້ 28 ຄົນເສຍຊີວິດ
        ຕາມຕົວເລກທີ່ໄດ້ອັບເດັດໃນຕອນເຊົ້າວັນທີ 11 ສິງຫາ ຂອງ ອໍານາດການປົກຄອງແຂວງ ເຈື້ອຈຽງ, ທາງພາກຕາເວັນອອກຂອງ ຈີນ ແລ້ວ, ມີຢ່າງໜ້ອຍສຸດ 28 ຄົນ ຖືກເສຍຊີວິດ ແລະ 20 ຄົນຖືກຫາຍສາບສູນ ເມື່ອ ພາຍຸ Lekima ພັດຖະຫຼົ່ມໃສ່ແຂວງດັ່ງກ່າວ. ອົງການຄວບຄຸມໄພນໍ້າຖ້ວມ ຂອງແຂວງໃຫ້ຮູ້ວ່າ ປະຊາຊົນປະມານ 01 ລ້ານຄົນ ຕ້ອງຍົກຍ້າຍໄປເຂດທີ່ປອດໄພ ແລະ ເກືອບ 5 ລ້ານຄົນຢູ່ແຂວງນີ້ ຖືກຜົນສະທ້ອນ. ພາຍຸ Lekima ໄດ້ພັດຖະຫຼົ່ມເຂົ້າແຂວງດັ່ງກ່າວໃນຕອນເຊົ້າວັນທີ 10 ສິງຫາ ແລະ ໄດ້ເກີດມີຜົນຕົກໜັກ ເຮັດໃຫ້ນໍ້າຖ້ວມຢ່າງຮ້າຍແຮງ. ພາຍຸ Lekima ແມ່ນພາຍຸລູກແຮງທີ່ສຸດນັບແຕ່ປີ 2014 ມາຮອດປັດຈຸບັນ ແລະ ແມ່ນພາຍຸລູກທີ 9 ທີ່ພັດຖະຫຼົ່ມເຂົ້າ ຈີນ ໃນລະດູຝົນປີນີ້. 
TAG
VOV/VOVworld/ພາຍຸ Lekima/ຈີນ/ເຈື້ອຈຽງ