VOV WorldVOV World
ພິທີສະເຫລີມສະຫລອງ 40 ປີແຫ່ງວັນສ້າງສາຍພົວພັນທາງການທູດຫວຽດນາມ-ຍີ່ປຸ່ນ
20/09/2013 11:53
(vovworld)- ພິທີ​ສະ​ເຫລີ​ມສະຫລອງ 40 ປີ​ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາ​ງການ​ທູດ​ລະຫວ່າງ ຫວຽດນາມ ​ແລະ ຍີ່ປຸ່ນ ​....
ພິທີສະເຫລີມສະຫລອງ 40 ປີແຫ່ງວັນສ້າງສາຍພົວພັນທາງການທູດຫວຽດນາມ-ຍີ່ປຸ່ນ
ງານ​ມະ​​ໂຫລານ​ມິດຕະພາບ​ປະ​ຊາ​ຊົນ​ຫວຽດນາມ - ຍີ່​ປຸ່ນ ພາບ: internet (vovworld)-  ພິທີ​ສະ​ເຫລີ​ມສະຫລອງ 40 ປີ​ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາ​ງການ​ທູດ​ລະຫວ່າງ ຫວຽດນາມ ​ແລະ ຍີ່ປຸ່ນ ​ແລະ ​ໄຂ​ງານ​ມະ​​ໂຫລານ​ມິດຕະພາບ​ປະ​ຊາ​ຊົນ​ຫວຽດນາມ - ຍີ່​ປຸ່ນ ຖືກ​​ໄຂ​ຂຶ້ນຢ່າງ​ສົມ​ກຽດ​ໃນ​ຕອນ​ເຊົ້າ​ວັນ​ທີ 20/9 ຢູ່ ຮ່າ​ໂນ້ຍ. ​ເຂົ້າ​ຮ່ວມ​ພິທີ ມີ​ທ່ານ ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ, ທ່ານ ​ໂຕ​ຮູ​ຍ​ເຣືອ ກຳ​ມຳການ​ກົມ​ການ​ເມືອງ, ທ່ານ Murayama Tomochi ອະດີດ​ນາຍົກລັດຖະມົນຕີ ຍີ່​ປຸ່ນ, ​ເອກ​ອັກຄະ​ລັດຖະທູດ​ຍີ່​ປຸ່ນ ປະຈຳ​ຫວຽດນາມ Tanizaki Yasuaki, ປະທານ​ສະມາຄົມ​ມິດ​ຕະພາບ ຍີ່​ປຸ່ນ - ຫວຽດນາມ ພ້ອມ​ກັບ​ບັນດາ​ອົງການ​ຈັດ​ຕັ້ງ​ປະຊາ​ຊົນ​ສອງ​ປະ​ເທດ ຫວຽດນາມ ​ແລະ ຍີ່​ປຸ່ນ. ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ​ເນັ້ນ​ຫນັກ​ວ່າ: ພິທີ​ສະ​ເຫລີ​ມສະຫລອງ 40 ປີ​ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ ຫວຽດນາມ - ຍີ່ປຸ່ນ ​ແລະ ​ໄຂ​ງານ​ມະ​ໂຫລານ​ມິດຕະພາບປະຊາຊົນ ຫວຽດນາມ - ຍີ່​ປຸ່ນ ​ແມ່ນ​ເຫດການ​ມີ​ຄວາມ​ໝາຍ​ສຳຄັນ. ທ່ານ​ຮອງ​ນາຍົກລັດຖະມົນຕີຢືນຢັນ​ວ່າ: ດ້ວຍ​ຄວາມ​ຕັດສິນ​ໃຈ ​ແລະ ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ສອງ​ປະ​ເທດ​ໃນ​ຕະຫລອດ 40 ປີຜ່ານມາ ການ​ພົວພັນ​ຮ່ວມ​ມື​ມິດຕະພາບ ລະຫວ່າງ ຫວຽດນາມ ​ແລະ ຍີ່​ປຸ່ນ ພັດທະນາ​ຢ່າງ​ແຂງ​ແຮງ​ຮອບດ້ານ. ສ່ວນ​ທ່ານ​ອະດີດ​ນາຍົກລັດຖະມົນຕີ ຍີ່​ປຸ່ນ Murayama Tomichi, ປະທານ​ສະພາ​ສັນຕິພາບ ຍີ່​ປຸ່ນ - ຫວຽດນາມ ​ເນັ້ນ​ຫນັກ​ວ່າ:        
TAG
vovworld/vov/ມິດຕະພາບ