VOV WorldVOV World
ພິທີສະເຫຼີມສະຫຼອງວັນສະຖາປະນາປະເທດຫວຽດນາມ ທີ 2 ກັນຍາ ຖືກຈັດຂຶ້ນຢູ່ຫຼາຍປະເທດໃນໂລກ
31/08/2019 09:49
(VOVWORLD) - ຕອນຄໍ່າວັນທີ 30 ສິງຫາ, ຢູ່ນະຄອນຫຼວງວຽງຈັນ, ປະເທດລາວ, ສະຖານທູດຫວຽດນາມປະຈໍາລາວ ໄດ້ຈັດຕັ້ງງານລ້ຽງຂຶ້ນຢ່າງສົມກຽດ ເພື່ອສະເຫຼີມສະຫຼອງວັນສະຖາປະນາປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 74 ປີ (2/9/1945 – 2/9/1945).
ພິທີສະເຫຼີມສະຫຼອງວັນສະຖາປະນາປະເທດຫວຽດນາມ ທີ 2 ກັນຍາ ຖືກຈັດຂຶ້ນຢູ່ຫຼາຍປະເທດໃນໂລກ
      ເມື່ອກ່າວປາໄສຢູ່ງານລ້ຽງ, ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈໍາ ລາວ ເນັ້ນໜັກວ່າ ລະດູໃບໄມ້ຫຼົ່ນ ຂອງ ຮ່າໂນ້ຍກ່ອນນີ້ 74 ປີ, ຄືວັນທີ 2 ກັນຍາ 1945, ປະທານໂຮ່ຈີມິນ ໄດ້ກ່າວຖະແຫຼງການປະກາດເອກະລາດ, ສະຖາປະນາປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ, ຫຼັງຈາກນັ້ນ ແມ່ນປະເທດສາທາລະນະລັດ ສັງຄົມນິຍົມຫວຽດນາມ. ແນວຄິດເປັນເຈົ້າພາທາງ, ລຸລ່ວງຂອງຖະແຫຼງການປະກາດເອກະລາດຂອງຫວຽດນາມ ແມ່ນ ປະເທດຊາດເອກະລາດ, ເສລີພາບ, ຍຸຕິທໍາ ແລະ ຄວາມໄຝ່ຝັນຢາກໃຫ້ປະຊາຊົນມີຄວາມຜາສຸກ. ໃນກວ່າ 7 ທົດສະວັດຜ່ານມາ, ປະຊາຊົນຫວຽດນາມ ຍາດໄດ້ເອກະລາດ, ເສລີພາບ, ທ້ອນໂຮມປະເທດຊາດເປັນເອກະພາບ ແລະ ປະສົບຜົນສໍາເລັດໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.
TAG
VOV/VOVworld/ສະຖາປະນາປະເທດ/ວັນຊາດ/ສະເຫຼີມສະຫຼອງ