VOV WorldVOV World
ສະ​ວິດ ປະ​ກາດ​ຍຸດ​ທະ​ສາດ​ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ 2023 – 2026
18/02/2023 07:49
(VOVWORLD) -ການພົວພັນລະຫວ່າງ ສະວິດ ກັບ 11 ປະເທດ ອາຊີຕາເວັນອອກສ່ຽງໃຕ້ ຈະເພີ່ມທະວີໃນ 5 ຂົງເຂດ, ເຊິ່ງລວມມີ: ສັນຕິພາບ ແລະ ຄວາມໝັ້ນຄົງ, ເສດຖະກິດ - ການສຶກສາ - ຄົ້ນຄວ້າ, ພັດທະນາແບບຍືນຍົງ, ພັດທະນາເຕັກນິກດີຈີຕອນ, ສະໜອງການບໍລິການຕ່າງໆທີ່ມີຄຸນນະພາບໃຫ້ແກ່ພົນລະເມືອງ ສະວິດ ທີ່ດຳລົງຊີວິດຢູ່ບັນດາປະເທດໃນພາກພື້ນນີ້.
ສະ​ວິດ ປະ​ກາດ​ຍຸດ​ທະ​ສາດ​ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ 2023 – 2026
ວັນທີ 17 ກຸມພາ, ສະພາສະຫະພັນ ສະວິດ  ໄດ້ປະກາດຍຸດທະສາດ ອາຊີຕາເວັນອອກສ່ຽງໃຕ້ ໄລຍະ 2023 -2026. ເນື້ອໃນຂອງຍຸດທະສາດດັ່ງກ່າວ ໄດ້ຢັ້ງຢືນຄວາມສຳຄັນຂອງພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ທີ່ນັບມື້ນັບເພີ່ມຂຶ້ນ. 11 ປະເທດໃນພາກພື້ນນີ້ ພ້ອມກັນສ້າງພື້ນຖານເສດຖະກິດໃຫຍ່ອັນດັບທີ 5 ໃນໂລກ.         ຕາມຍຸດທະສາດດັ່ງກ່າວແລ້ວ, ການພົວພັນລະຫວ່າງ ສະວິດ ກັບ 11 ປະເທດ ອາຊີຕາເວັນອອກສ່ຽງໃຕ້ ຈະເພີ່ມທະວີໃນ 5 ຂົງເຂດ, ເຊິ່ງລວມມີ: ສັນຕິພາບ ແລະ ຄວາມໝັ້ນຄົງ, ເສດຖະກິດ - ການສຶກສາ - ຄົ້ນຄວ້າ, ພັດທະນາແບບຍືນຍົງ, ພັດທະນາເຕັກນິກດີຈີຕອນ, ສະໜອງການບໍລິການຕ່າງໆທີ່ມີຄຸນນະພາບໃຫ້ແກ່ພົນລະເມືອງ ສະວິດ ທີ່ດຳລົງຊີວິດຢູ່ບັນດາປະເທດໃນພາກພື້ນນີ້. ສະວິດ ຈະຕັ້ງໜ້າໜູນຊ່ວຍ ອາຊີຕາເວັນອອກສ່ຽງໃຕ້ ໃນການມຸ່ງໄປເຖິງເປົ້າໝາຍພັດທະນາແບບຍືນຍົງ. ສະວິດ ກໍ ເພີ່ມທະວີການເຂົ້າຮ່ວມເວທີປາໄສຫຼາຍຝ່າຍຈຳນວນໜຶ່ງ, ໂດຍສະເພາະແມ່ນ ອາຊຽນ.
TAG
VOV/VOVworld/ສະ​ວິດ/ຍຸດ​ທະ​ສາດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້