ໃນນັ້ນ, ຈຳນວນຊາສ່ົງອອກໄປຍັງ ອາເມລິກາ ໄດ້ສ້າງລາຍຮັບ 7,64 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 36,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຖ້າແນວນັ້ນ, ຄິດ ສະເລ່ຍຊາແຕ່ລະໂຕນສົ່ງອອກໄປຍັງຕະຫຼາດນີ້ບັນລຸປະມານ 1.649 ໂດລາສະຫະລັດ, ເພີ່ມຂຶ້ນເກືອບ 12% ເມື່ອທຽບໃສ່ປີກ່ອນ. ຕາມຂໍ້ມູນຈາກສູນການຄ້າສາກົນ (ITC), ໃນ 7 ເດືອນ, ລາຄາຊາຂຽວ ຫວຽດນາມ ສົ່ງໄປຍັງ ອາເມລິກາ ບັນລຸ 3.016 ໂດລາສະຫະລັດ/ໂຕນ, ເພີ່ມຂຶ້ນກວ່າ 31% ເມື່ອທຽບໃສ່ໄລຍະດຽວກັນຂອງປີກ່ອນ. ລາຄາຊາດຳກໍ່ເພີ່ມ 13,4%, ຂຶ້ນເປັນ 1.737 ໂດລາສະຫະລັດ/ໂຕນ.
ກົມສົ່ງອອກ - ນຳເຂົ້າ (ກະຊວງອຸດສາຫະກຳ - ກາານຄ້າ) ໃຫ້ຮູ້ວ່າ: ຄວາມຕ້ອງການຊາ ອາດຈະເພີ່ມຂຶ້ນໃນໄຕມາດ IV ເມື່ອກ້າວເຂົ້າສູ່ຊ່ວງເວລາແຫ່ງງານບຸນ ແລະ ປີໃໝ່ຢູ່ບັນດາປະເທດ ອາຊີ, ຕາເວັນອອກກາງ ແລະ ອາເມລິກາ ເໜືອ. ຄາດວ່າ, ລາຄາສົ່ງອອກຈະຮັກສາລະດັບສູງໄວ້, ໃນຂະນະທີ່ການປຸງແຕ່ງຊາ, ຊາພິເສດ ແລະ ຜະລິດຕະພັນມີເຄື່ອງໝາຍການຄ້າອາດຈະສືບຕໍ່ປະກອບສ່ວນເຂົ້າໃນ ມູນຄ່າການສົ່ງອອກ.






