VOV WorldVOV World
ຊຸກຍູ້ການແລກປ່ຽນການຄ້າຜະລິດຕະພັນກະເສດລະຫວ່າງ ຫວຽດນາມ - ຈີນ
10/02/2023 07:22
(VOVWORLD) -ຕາມຄະນະຄຸ້ມຄອງດ່ານຊາຍແດນແຂວງ ລາວກາຍ ແລ້ວ, ໃນເດືອນ ມັງກອນ, ຍອດມູນຄ່າສົ່ງອອກຜ່ານດ່ານຊາຍແດນ ລາວກາຍ ບັນລຸເກືອບ 82 ລ້ານ USD.
ຊຸກຍູ້ການແລກປ່ຽນການຄ້າຜະລິດຕະພັນກະເສດລະຫວ່າງ ຫວຽດນາມ - ຈີນ
        ຕອນເຊົ້າວັນທີ 10 ກຸມພາ, ຢູ່ ຮ່າໂນ້ຍ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໄດ້ຈັດເວທີປາໄສເຊື່ອມຕໍ່ຜະລິດຕະພັນກະເສດທາງໄກ “ຊຸກຍູ້ການແລກປ່ຽນການຄ້າຜະລິດຕະພັນກະເສດ, ທັນຍາຫານລະຫວ່າງ ຫວຽດນາມ ແລະ ແຂວງ ຢຸນໜານ (ຈີນ)”. ເວທີປາໄສເພື່ອແນໃສ່ຕີລາຄາສັງລວມກ່ຽວກັບການຄ້າ, ການສົ່ງອອກ-ນຳເຂົ້າຜະລິດຕະພັນພືດ ແລະ ທັນຍາຫານມີຕົ້ນກຳເນີດຈາກພືດລະຫວ່າງ ຫວຽດນາມ ແລະ ຈີນ ເວົ້າລວມ ແລະ ລະຫວ່າງ ຫວຽດນາມ ແລະ ແຂວງ ຢຸນໜານ (ຈີນ) ເວົ້າສະເພາະ. ພ້ອມທັງຍົກອອກມາດຕະການຊຸກຍູ້ດ້ານການຄ້າ ກໍຄືຄວາມຕ້ອງການແລກປ່ຽນການຄ້າ, ສົ່ງອອກ-ນຳເຂົ້າຜັກ, ໝາກໄມ້, ຜະລິດຕະພັນກະເສດ, ທັນຍາຫານລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ.         ຕາມຄະນະຄຸ້ມຄອງດ່ານຊາຍແດນແຂວງ ລາວກາຍ ແລ້ວ, ໃນເດືອນ ມັງກອນ, ຍອດມູນຄ່າສົ່ງອອກຜ່ານດ່ານຊາຍແດນ ລາວກາຍ ບັນລຸເກືອບ 82 ລ້ານ USD.
TAG
VOV/VOVworld/ຜະ​ລິດ​ຕະ​ພັນພືດ/ທັນ​ຍາ​ຫານ/​ຕ​ົ້ນ​ກຳ​ເນີດ​