ວັນ​ທີ 25 ພຶດ​ສະ​ພາ, ສື່ມວນ​ຊົນ ອິດ​ສະ​ລາ​ແອັນ ໄດ້​ໃຫ້​ຂ່າວ​ວ່າ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຈຳ​ນວນ​ໜຶ່ງ​ຂອງ​ປະ​ເທດ​ນີ້ ໄດ້​ຮຽກ​ຮ້ອງທ່ານ Benjamin Netanyahu ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສືບ​ຕໍ່​ບັນ​ດາ​ການ​ຖີ້ມ​ລະ​ເບີດ​ເລັ່ງ​ໃສ່​ນະ​ຄອນຫຼວງ Beirut ຂອງ ລີ​ບັງ, ເພື່ອ​ໂຕ້​ຕອບ ການ​ບຸກ​ໂຈມ​ຕີ​ດ້ວຍ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ (UAV) ຂອງ​ກຳ​ລັງ Hezbollah. ທ່ານ Itamar Ben Gvir ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນຄວາມ​ສະ​ຫງົ​ບ ແຫ່ງ​ຊາດ ອິດ​ສະ​ລ​າ​ແອັນ​ໃຫ້​ຮູ້​ວ່າ ປະ​ເທດ​ນີ້ ບໍ່​ອາດ ເມີນ​ເສີຍ​ຕໍ່​ການ​ບຸກ​ໂຈມ​ຕີ​ດ້ວຍ UAV ຂອງ Hezbollah​ໄດ້, ​ທ່ານຮຽກ​ຮ້ອງ​ໃຫ້​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Benjamin Netanyahu ກັບ​ຄືນ​ສູ່​ສົງ​ຄາມ​ຢູ່ ລີ​ບັງ. ໃນ​ກອງ​ປະ​ຊຸມຄະ​ນະ​ລັດ​ຖະ​ບານ​ ອິດ​ສະ​ລາ​ແອັນ ໃນ​ວັນ​ທີ 24 ພຶດ​ສະ​ພາ, ທ່ານ Eyal Zamir ເສ​ນາ​ທິ​ການ​ໃຫຍ່ກອງ​ທັບ ກໍ່​ຖື​ວ່າ, ຄວນ​ບຸກ​ໂຈມ​ຕີ​ບັນ​ດາຕຶກ​ອາ​ຄານ​​ຢູ່ Beirut ​ເພື່ອໂຕ້​ຕອບ​​ການ​ບຸກ​ໂຈມ​ຕີ​ດ້ວຍ UAV.

ໃນ​ຂະ​ນະ​ນັ້ນ, ວັນ​ທີ 25 ພຶດ​ສະ​ພາ, ທ່ານ Marco Rubio ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ໃຫ້​ຮູ້​ວ່າ ວໍ​ຊິງ​ຕັນ ພວມ​ຊຸກ​ຍູ້​ວິ​ວັດ​ການ​ຮັກ​ສາ​ຄຳ​ສັ່ງ​ຢຸດ​ຍິງ​ລະ​ຫວ່າງ ອິດ​ສະ​ລາ​ແອັນ ແລະ ລີ​ບັງ, ພ້ອມ​ທັງ ສືບ​ຕໍ່​ກໍ່ຄວາມ​ກົດດັນ​ຕໍ່​ກຳ​ລັງ Hezbollah ເຊິ່ງ ​ອາ​ເມ​ລິ​ກາ ຖື​ວ່າ​ນັ້ນແມ່ນ​ກຳ​ລັງ​ທີ່​ໄດ້​ຮັບ​ໜ້າ​ທີ່​ຈາກ​ອີຣານ​ໃນ​ພາກ​ພື້ນ.