ບົດຂຽນທີ່ມີຊື່ວ່າ: “ບັນດາຜົນງານອັນຍິ່ງໃຫຍ່ຂອງ ຫວຽດນາມໃນວັນສະເຫຼີມສະຫຼອງ 75 ປີແຫ່ງວັນຊາດ” ຂອງນັກຂ່າວ Kamal Gaballa

ຜູ້ຂຽນໄດ້ຫວນຄືນບັນດາຂີດໝາຍໃນໄລຍະ 75 ປີປະຫວັດສາດອັນສະຫງ່າອົງອາດຂອງຊາດຫວຽດນາມ ພ້ອມກັບບັນດາຜົນສຳເລັດອັນຍິ່ງໃຫຍ່ທາງດ້ານເສດຖະກິດ, ສັງຄົມ ແລະ ການຕ່າງປະເທດ. ຜູ້ຂຽນໄດ້ເນັ້ນໜັ້ກວ່າໃນໄລຍະປີ 2011 – 2020, ເສດຖະກິດມະຫາພາກຂອງຫວຽດນາມມີສະຖຽນລະພາບຢ່າງໝັ້ນຄົງ, ໄພເງິນເຟີ້ໄດ້ຮັບການຄວບຄຸມ ແລະ ຮັກສາຢູ່ໃນລະດັບຕ່ຳ, ສ້າງສະພາບແວດລ້ອມ ແລະ ກຳລັງໜູນໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມ. ສ່ວນການຕ່າງປະເທດ, ມາຮອດປັດຈຸບັນ, ຫວຽດນາມໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ, ຄູ່ຮ່ວມມືຮອບດ້ານກັບ 30 ປະເທດ. ປັດຈຸບັນ, ຫວຽດນາມພວມສວມບົດບາດນັບມື້ນັບສຳຄັນຢູ່ແຜນທີ່ການເມືອງ ແລະ ການຕ່າງປະເທດທົ່ວໂລກຜ່ານບົດບາດເປັນປະທານອາຊຽນ ແລະກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງ ສປຊ, ກໍ່ຄືການປະກອບສ່ວນຂອງກຳລັງຮັກສາສັນຕິພາບຂອງຫວຽດນາມ.

ເທ໊ຫງວຽນ, ນັກຂ່າວ VOV ປະຈຳເອຢິບ