ການເຈລະຈາສຸດຍອດລະຫວ່າງທ່ານ ສີຈີ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ຈີນ ແລະ ທ່ານ Donald Trump ປະທານາທິບໍດີ ອາເມລິກາ ຢູ່ ປັກກິ່ງ (ຈີນ) ໃນວັນທີ 14 ພຶດສະພາ ບໍ່ພຽງແຕ່ໄດ້ຍົກອອກບັນດາຄຳໝັ້ນສັນຍາຮ່ວມມືສອງຝ່າຍເທົ່ານັ້ນ, ຫາກຍັງສົ່ງສັນຍານກ່ຽວກັບໄລຍະດັດປັບໃໝ່ໃນການພົວພັນລະຫວ່າງສອງປະເທດມະຫາອຳນາດແຖວໜ້າໂລກ. ໃນສະພາບການແກ້ງແຍ້ງຍຸດທະສາດສືບຕໍ່ກຳນົດຄວາມເປັນລະບຽບຮຽບຮ້ອຍສາກົນ, ເລື່ອງສອງປະເທດໄດ້ເນັ້ນໜັກເຖິງການ “ສ້າງການພົວພັນໝັ້ນທ່ຽງທາງຍຸດທະສາດທີ່ສ້າງສັນ” ນັ້ນ ໄດ້ຮັບຖືວ່າ ແມ່ນຄວາມມານະພະຍາຍາມ ແນໃສ່ຄວບຄຸມຄວາມບໍ່ລົງລອຍກັນ, ຮັກສາການເຈລະຈາ ແລະ ຈຳກັດຄວາມສ່ຽງສູ້ຢັນກັນ.
ພາຍຫຼັງການແກ້ງແຍ້ງ ແລະ ເຄັ່ງຕຶງຍຸດທະສາດມາເປັນເວລາຫຼາຍປີ, ອາເມລິກາ ແລະ ຈີນ ພວມສົ່ງສັນຍານປັບປຸງສາຍພົວພັນຕາມທິດມີສະຖຽນລະພາບ ແລະ ແທ້ຈິງກວ່າ. ບັນດາສານຈາກການພົບປະການນຳ 2 ປະເທດມະຫາອຳນາດໄດ້ຮັບຖືວ່າ ອາດຈະສົ່ງຜົນກະທົບຫຼາຍພໍສົມຄວນຕໍ່ສະພາບແວດລ້ອມຄວາມໝັ້ນຄົງ ແລະ ເສດຖະກິດທົ່ວໂລກໃນໄລຍະຈະມາເຖິງ.
“ຄວາມໝັ້ນທ່ຽງທາງຍຸດທະສາດທີ່ສ້າງສັນ”
ຈຸດພົ້ນເດັ່ນທີ່ສຳຄັນໃນການແລກປ່ຽນລະຫວ່າງທ່ານ ສີຈີ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ຈີນ ແລະ ທ່ານ Donald Trump ປະທານາທິບໍດີ ອາເມລິກາ ນັ້ນແມ່ນ ເປັນເທື່ອທຳອິດທີ່ປະກົດມີສັບປະໂຫຍກທີ່ວ່າ “ການພົວພັນໝັ້ນທ່ຽວທາງຍຸດທະສາດທີ່ສ້າງສັນ” ໃນບົດກ່າວປາໄສຂອງການນຳ ຈີນ.
“ການພົວພັນ ຈີນ - ອາເມລິກາ ແມ່ນການພົວພັນສອງຝ່າຍທີ່ສຳຄັນທີ່ສຸດໃນໂລກປັດຈຸບັນ. ການພົວພັນນີ້ ມີພຽງແຕ່ໄດ້ຮັບການແກ້ໄຂເປັນຢ່າງດີ ແລະ ບໍ່ອະນຸຍາດໃຫ້ເກີດຄວາມຜິດພາດຢ່າງເດັດຂາດ. ເມື່ອສອງປະເທດຮ່ວມມື, ທັງສອງຝ່າຍລ້ວນແຕ່ໄດ້ຮັບຜົນປະໂຫຍດ; ເມື່ອສູ້ຢັນກັນ, ທັງສອງຝ່າຍຕ່າງກໍຖືກຜົນເສຍຫາຍ. ສອງຝ່າຍຄວນເປັນຄູ່ຮ່ວມມືແທນທີ່ເປັນປໍລະປັກກັນ. ພວກຂ້າພະເຈົ້າໄດ້ເຫັນດີເປັນເອກະພາບສ້າງການພົວພັນໝັ້ນທ່ຽວທາງຍຸດທະສາດທີ່ສ້າງສັນ ຈີນ - ອາເມລິກາ, ຊຸກຍູ້ການພັດທະນາຢ່າງມີສະຖຽນລະພາບ, ປອດໃສ ແລະ ຍືນຍົງຂອງບັນດາສາຍພົວພັນສອງຝ່າຍ, ພ້ອມທັງນຳມາເຊິ່ງສັນຕິພາບ, ຄວາມວັດທະນາຖາວອນ ແລະ ກ້າວໜ້າກວ່າໃຫ້ແກ່ໂລກ.”
ເລື່ອງນຳໃຊ້ນິຍາມ “ຄວາມໝັ້ນທ່ຽງທາງຍຸດທະສາດ ທີ່ສ້າງສັນ” ໄດ້ຊີ້ໃຫ້ເຫັນຄວາມມານະພະຍາຍາມໃນການນິຍາມການພົວພັນ ຈີນ - ອາເມລິກາ ຄືນໃໝ່. ແທນໃຫ້ການພະຍາຍາມລົບລ້າງຄວາມແຕກຕ່າງກັນທັງໝົດທີ່ມີຢູ່ແລ້ວ, ປັກກິ່ງ ພວມສະເໜີຂອບການຄຸ້ມຄອງບໍລິຫານວິກິດການໃໝ່, ບ່ອນທີ່ບັນດາຝ່າຍຍອມຮັບການຄົງຕົວຂອງຄູ່ແຂ່ງເໝືອນວ່າແມ່ນເຈົ້າກຳທີ່ຈຳເປັນ ແລະ ສຸມໃສ່ການສະກັດກັ້ນບັນດາຄວາມຜິດພາດຍຸດທະສາດ ທີ່ອາດຈະພາໃຫ້ເກີດການປະທະກັນປະກອບອາວຸດ. ເພື່ອຊີ້ແຈ້ງກ່ຽວກັບວິໄສທັດໃໝ່ເຫຼົ່ານີ້, ທ່ານປະທານປະເທດ ສີຈີ້ນຜິງ ໃຫ້ຮູ້ວ່າ “ການພົວພັນທີ່ໝັ້ນທ່ຽງຍຸດທະສາດທີ່ສ້າງສັນ” ຕ້ອງລວມມີ 4 ເສົາຄ້ຳ: ເພີ່ມທະວີການຮ່ວມມື, ຮັກສາການແກ້ງແຍ້ງໃນຂອບເຂດຄວບຄຸມ, ຄຸ້ມຄອງຄວາມບໍ່ລົງລອຍກັນ ແລະ ຄຳໝັ້ນສັນຍາຫຼີກລ້ຽງການປະທະກັນ. ທ່ານ ສີຈີ້ນຜິງ ມີຄວາມຫວັງວ່າ ບັນດາເນື້ອໃນທີ່ໄດ້ເຫັນດີເປັນເອກະພາບແລ້ວ ຈະຊ່ວຍກຳນົດໄດ້ວິວັດທະນາການ, ນຳພາສາຍພົວພັນ ຈີນ - ອາເມລິກາ, ຫັນປີ 2026 ກາຍເປັນ “ຂີດໝາຍປະຫວັດສາດ, ເປີດໜ້າສັງກາດໃໝ່ໃນສາຍພົວພັນລະຫວ່າງສອງປະເທດ”.
ເມື່ອກ່າວຄຳເຫັນຕອບກັບສານຂອງການນຳ ຈີນ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ກໍໄດ້ເນັ້ນໜັກເຖິງພື້ນຖານຂອງຄວາມເຄົາລົບນັບຖື ແລະ ບັນດາຄຸນຄ່າລວມຂອງສາຍພົວພັນ 2 ປະເທດ.
“ສາຍໃຍຮ່ວມສຳພັນດ້ານການຄ້າ ແລະ ຄວາມເຄົາລົບນັບຖືທີ່ມີຕໍ່ກັນໃນຕະຫຼອດ 250 ປີຜ່ານມາ ແມ່ນພື້ນຖານໃຫ້ແກ່ອະນາຄົດທີ່ເປັນປະໂຫຍດໃຫ້ທັງສອງປະເທດ. ປະຊາຊົນ ອາເມລິກາ ແລະ ຈີນ ມີຫຼາຍຈຸດຄ້າຍຄືກັນ. ພວກເຮົາຖືຄວາມດຸໝັ່ນຂະຫຍັນພຽນເປັນສຳຄັນ. ພວກເຮົາເຊີດຊູຄວາມກ້າຫານ ແລະ ບັນດາຜົນງານ. ພວກເຮົາມີຄວາມຮັກຕໍ່ຄອບຄົວ ແລະ ຮັກຫອມປະເທດຊາດຂອງຕົນ. ຖ້າໄປພ້ອມກັນ, ພວກເຮົາມີໂອກາດອີງໃສ່ບັນດາຄຸນຄ່ານີ້ເພື່ອສ້າງອະນາຄົດທີ່ວັດທະນາຖາວອນ, ຮ່ວມມື, ຜາສຸກ ແລະ ສັນຕິພາບກວ່າໃຫ້ແກ່ລຸ້ນລູກລຸ້ນຫຼານຂອງພວກເຮົາ. ພວກເຮົາມີຄວາມສົນໃຈເຖິງຂົງເຂດນີ້ ແລະ ທົ່ວໂລກ. ນີ້ແມ່ນໂລກທີ່ພິເສດ ເມື່ອມີທັງສອງປະເທດ ພວກເຮົາຄຽງບ່າຄຽງໄຫຼ່.”
ຈາກການສູ້ຢັນກັນໂດຍກົງ ໄປສູ່ການແກ້ງແຍ້ງໂດຍມີການຄວບຄຸມ
ໃນມູມມອງຂອງບັນດານັກວິເຄາະສາກົນແລ້ວ, ອະນາຄົດຂອງສາຍພົວພັນ ອາເມລິກາ - ຈີນ ພວມມີການຫັນປ່ຽນຈາກການສູ້ຢັນກັນໂດຍກົງໄປສູ່ສະພາວະແກ້ງແຍ້ງໂດຍມີການຄວບຄຸມ ແລະ ແທ້ຈິງກວ່າ. ເມື່ອໃຫ້ຂໍ້ສັງເກດກ່ຽວກັບການປັບປຸງນະໂຍບາຍຂອງອຳນາດການປົກຄອງປະທານາທິບໍດີ Donald Trump, ນັກຄົ້ນຄວ້າ ຊວັນເຈິງຮາວ ຢູ່ສູນຍຸດທະສາດ ແລະ ຄວາມໝັ້ນຄົງສາກົນ, ມະຫາວິທະຍາໄລ ຊິງຮວາ, ຈີນ ຖືວ່າ:
“ປັດຈຸບັນນີ້ ຕ້ອງຢັ້ງຢືນໄດ້ບັນດາເສັ້ນແດນຂອງຄວາມແກ້ງແຍ້ງ ແລະ ຫຼີກລ້ຽງການເປີດກວ້າງການແກ້ງແຍ້ງຫຼາຍເກີນໄປ. ຖ້າທ່ານ Trump ອາດສາມາດຄຸ້ມຄອງສຳລັດສາຍພົວພັນກັບ ຈີນ ໄດ້ນັ້ນ, ຂ້າພະເຈົ້າເຊື່ອໝັ້ນວ່າ ສິ່ງດັ່ງກ່າວ ໄດ້ສົ່ງສັນຍານເຖິງພາກພື້ນ ອາຊີ - ປາຊີຟິກ ວ່າ ທ່ານ Trump ອາດຈະສາມາດຫັນສາຍພົວພັນ ອາເມລິກາ - ຈີນ ເປັນປົກກະຕິໄດ້, ຈາກນັ້ນກໍ່ອະນຸຍາດໃຫ້ພາກພື້ນນີ້ຮັກສາວົງໂຄຈອນພັດທະນາທີ່ມີສະຖຽນລະພາບ ແລະ ສັນຕິພາບພໍສົມຄວນ”.
ຈາກໝາກຜົນຂອງການປຶກສາຫາລືລະຫວ່າງ ການນຳສອງປະເທດ, ໜຶ່ງໃນບັນດາຄວາມຫວັງທີ່ແທ້ຈິງທີ່ສຸດໃນໄລຍະສັ້ນ ແມ່ນການຮັກສາຈັງຫວະການສົນທະນາທີ່ເປັນປົກກະຕິພາຍຫຼັງບັນດາໄລຍະຖືກຂາດວັກຂາດຕອນຍ້ອນໂລກລະບາດ ແລະ ຄວາມເຄັ່ງຕຶງດ້ານພູມີສາດການເມືອງ. ທ່ານ Philip Luck, ຜູ້ອຳນວຍການໂຄງການເສດຖະກິດ ຢູ່ສູນຄົ້ນຄວ້າຍຸດທະສາດ ແລະ ສາກົນ (CSIS), ຖືວ່າ:
“ຂ້າພະເຈົ້າຄິດວ່າ ໝາກຜົນດີທີ່ສຸດຢູ່ທີ່ນີ້ ແມ່ນເຂົາເຈົ້າສ້າງຕັ້ງໄດ້ກົນໄກສົນທະນາ. ບັນດາການໂອ້ລົມຢ່າງເປີດອົກເປີດໃຈນັ້ນແມ່ນສິ່ງທີ່ດີ. ສອງຝ່າຍຈະສືບຕໍ່ຍົກອອກບັນດາບັນຫາຄື ການຊື້ຂາຍສິນຄ້າ ແລະ ບັນດາຄຳໝັ້ນສັນຍາ ສືບຕໍ່ປຶກສາຫາລື ແລະ ໃຫ້ຄຳໝັ້ນສັນຍາຮັກສາການສົນທະນາເຈລະຈາ. ຂ້າພະເຈົ້າຄິດວ່າ ສິ່ງເຫຼົ່ານັ້ນ ຈະໄດ້ດຳເນີນ ໂດຍບໍ່ມີການປະນິປະນອມໃຫຍ່ໃດ ກ່ຽວກັບບັນດາບັນຫາຫຼັກແຫຼ່ງຈາກທັງສອງຝ່າຍ. ຖ້າພວກເຮົາສາມາດກັບຄືນສູ່ຈັງຫວະການປຶກສາຫາລືເປັນປົກກະຕິເພື່ອປຶກສາຫາລືກ່ຽວກັບບັນດາສາຍພົວພັນດ້ານເສດຖະກິດທີ່ສຳຄັນນັ້ນ, ຂ້າພະເຈົ້າຄິດວ່າ ນັ້ນກໍແມ່ນໄຊຊະນະທີ່ຍິ່ງໃຫຍ່ແລ້ວ”.
ຄວາມແຕກຕ່າງຍຸດທະສາດໃນປັດຈຸບັນລະຫວ່າງ ອາເມລິກາ ແລະ ຈີນ ແມ່ນຍັງເລິກເຊິ່ງຢູ່, ແຕ່ເຖິງຢ່າງໃດກໍຕາມ, ເລື່ອງ 2 ຝ່າຍເຊື່ອມຕໍ່ການເຈລະຈາຂັ້ນສູງ ແລະ ມຸ່ງໄປເຖິງກົນໄກແກ້ງແຍ້ງ ໂດຍມີການຄວບຄຸມ ກໍໄດ້ຮັບຖືວ່າແມ່ນສັນຍານທີ່ຕັ້ງໜ້າສຳລັບການຮັກສາສະຖຽນລະພາບໃນພາກພື້ນ ແລະ ເສດຖະກິດທົ່ວໂລກແລ້ວ./.








