ນີ້ແມ່ນຂໍ້ມູນທີ່ໄດ້ຍົກອອກມາຢູ່ພິທີປະກາດ ແລະ ເລີ່ມເຄື່ອນໄຫວເຫດການໂດຍ ຄະນະກຳມະການແຫ່ງລັດ ກ່ຽວກັບຄົນ ຫວຽດນາມ ຢູ່ ຕ່າງປະເທດ ສົມທົບກັບສະມາຄົມ We Love Phở (ພວກເຮົາຮັກເຝີ), ສະຫະສະມາຄົມວັດທະນະທຳອາຫານການກິນແຂວງ ນິງບິ່ງ ແລະ ສະມາຄົມພໍ່ຄົວພະລາດຊະວັງ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 15 ພຶດສະພາ ຢູ່ຮ່າໂນ້ຍ.
ຄະນະຈັດຕັ້ງໃຫ້ຮູ້ວ່າ “ວິວັດການແຜ່ຈະຈາຍວັດທະນະທຳ ເຝີ ຫວຽດ ຢູ່ ເອີຣົບ ປີ 2026” ບໍ່ພຽງແຕ່ແມ່ນການເຄື່ອນໄຫວໂຄສະນາອາຫານການກິນເທົ່ານັ້ນ, ຫາກຍັງມຸ່ງໄປເຖິງການແຜ່ກະຈາຍຄຸນຄ່າວັດທະນະທຳ ຫວຽດນາມ ອອກສູ່ໂລກ. ນັກສິລະປະກອນ ນາງ ເລທິທຽດ, ຮອງປະທານສະຫະສະມາຄົມວັດທະນະທຳ ອາຫານການກິນ ຫວຽດນາມ, ປະທານສະຫະສະມາຄົມອາຫານການກິນແຂວງ ນິງບິ່ງ, ໃຫ້ຮູ້ວ່າ:
“ຄະນະນັກສິລະປະກອນ ແລະ ພໍ່ຄົວແມ່ຄົວພວກຂ້າພະເຈົ້າ ພວມຖືພາລະກຳສົ່ງສານກ່ຽວກັບຄວາມຍອດຍິ່ງຂອງອາຫານການກິນມໍລະດົກ. ພິເສດໃນສະພາບທີ່ ເຝີ ພວມໄດ້ປະກອບເອກະສານ ຍື່ນສະເໜີຕໍ່ UNESCO ຮັບຮອງເອົາເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸ, ເຝີແຕ່ລະຖ້ວຍຮັບໃຊ້ຢູ່ ເອີຣົບ ໃນໄລຍະຈະມາເຖິງຈະແມ່ນພະຍານທີ່ມີຊີວິດຊີວາ, ຄຸນຄ່າປະຫວັດສາດ ແລະ ກຳລັງຊີວິດອັນໝັ້ນໜຽວຂອງອາຫານການກິນ ຫວຽດ. ຜ່ານວິວັດການດັ່ງກ່າວ, ພວກຂ້າພະເຈົ້າ ຕັ້ງຄວາມຫວັງວ່າ ວັດທະນະທຳອາຫານການກິນ ຈະກາຍເປັນຂົວຕໍ່ອັນໝັ້ນແກ່ນ, ໜູນຊ່ວຍວຽກງານສົ່ງເສີມການທ່ອງທ່ຽວ ແລະ ການໂຄສະນາພາບພົດຂອງຊາດໄດ້ເປັນຢ່າງດີທີ່ສຸດ”.





