ງານ​ບຸນ​ດັ່ງ​ກ່າວ​ໂດຍ​ພະ​ແນກວັດ​ທະ​ນະ​ທຳ ແລະ ກິ​ລາ ນະ​ຄອນ ເຫວ້ ຈັດ​ຂຶ້ນ, ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ກິ​ດ​ຈະ​ກຳ​ສະ​ເຫຼີມ​ສະຫຼອງວັນ​ເກີດ​ຂອງ​ປະ​ທານ ໂຮ່​ຈີ​ມິນ ຄົບ​ຮອບ 136 ປີ ແລະ Festival ລະ​ດູ​ຮ້ອນ​ປີ 2026. ງານ​ບຸນ​ໄດ້​ດໍ​າ​ເນີນ​ແຕ່​ວັນ​ທີ 14 – 16 ພຶດ​ສະ​ພາ ຢູ່​ເຂດ​ໃຈ​ກາງ​ໝູ່​ບ້ານ ເຢືອງ​ໂໜ້, ດ້ວຍຫຼາຍ​ກິດ​ຈະ​ກຳ​ທີ່​ອຸ​ດົມ​ສົມ​ບູນ, ລວມ​ມີ: ພິ​ທີ​ແຫ່ ແລະ ຖະ​ຫວາຍດອກ​ບົວ​ ​ ປະ​ທານ ໂຮ່​ຈີ​ມິນ, ລາຍ​ການ​ສະ​ແດງ​ສິ​ລ​ະ​ປະ, ພິ​ທີ​ຕັ້ງ​ນາມ​ສະ​ກຸນ ໂຮ່ ຂອງ​ພໍ່​ແມ່​ພີ່​ນ້ອງ​ທາງ​ທິດ​ຕາ​ເວັນ​ຕົກ ນະ​ຄອນ ເຫວ້, ການ​ແນະ​ນຳ​ອາ​ຊີບ​ຕໍ່​າ​ຫູກ​ທໍໄໝ ແຢງ​ອາ​ເຫຼືອຍ, ສິ​ລະ​ປະ​ຂັບ ບ່າຍ​ຈ່ອຍ, ອາ​ຫານ​ການ​ກິນ​ພື້ນ​ເມືອງ… ບັນ​ຍາ​ກາດ​ຂອງງ​ານ​ບຸນ​ໄດ​້ວາດ​ພາບ​ຄືນ​ບັນ​ດາ​ຈຸດ​ຄວາມ​ງາມ​ທາງ​ດ້ານ​ວັດ​ທະ​ນະ​ທຳ​ເຂດ​ບ້ານ​ນາ ເຫວ້ ​ຢ່າງ​ມີ​ຊີ​ວິດ​ຊີ​ວາ, ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ປະ​ຊາ​ຊົນ ແລະ ແຂກ​ທ່ອງ​ທ່ຽວ​ໄດ້​ສຳ​ຜັດ​ກັບ​ບັນ​ດາ​ຄວາມ​ຊົງ​ຈຳ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຮູ້​ສຶກ, ບ່ອ​ນ​ທີ່ປະ​ຫວັດ​ສາດ ແລະ ປັດ​ຈຸ​ບັນ​ໄດ້​ປະ​ສານ​ກັນ.

ທ່ານ ຟານ​ແທັງ​ຫາຍ, ຫົວ​ໜ້າ​ພະ​ແນກວັດ​ທະ​ນະ​ທຳ ແລະ ກິ​ລາ​ນະ​ຄອນ ເຫວ້ ໃຫ້​ຮູ້​ວ່າ:

“ບັນ​ດາ​ກິດ​ຈະ​ກຳ​ທີ່​ອຸ​ດົມ​ສົມ​ບູນ​ຂອງ​ງານ​ບຸນ​ຖືກຈັດ​ຂຶ້ນຢ່າງ​ລອບ​ຄອບ​ຖີ່​ຖ້ວນ, ດຶງ​ດູດ​ໃຈ​ຜູ້​ຊົມ, ສ້າງ​ເປັນ​​ຮູບພາບ​ວັດ​ທະ​ນະ​ທຳ​ທີ່​ມີ​ຊີ​ວິດ​ຊີ​ວາ ແລະ ຫຼາກຫຼາຍ​ສີ​ສັນ. ເມື່ອ​ເຂົ້າ​ຮ່ວມ​ງານ​ບຸນ, ພໍ່​ແມ່​ປະ​ຊາ​ຊົນ ແລະ ແຂກ​ທ່ອງ​ທ່ຽວ ບໍ່​ພຽງ​ແຕ່​ໄດ້​ຫວນ​ຄືນ​ບັນ​ຍາກ​າດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ເຂດ​ບ້ານ​ນາ ເຫວ້ ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ເຊື່ອມ​ຕົວ​ເຂົ້າ​ກັບ​ຄວາມ​ຊົງ​ຈຳ​ທີ່​ສັກ​ສິດ, ບ່ອນ​ທີ່​​ປະ​ຫວັດ​ສາດ ແລະ ປັດ​ຈຸ​ບັນ​ໄດ້​ຮັບ​ການ​ປະ​ສົມ​ປະ​ສ​ານ​ເຂົ້າ​ກັນອີກ​ດ້ວຍ”.