ນີ້​ແມ່ນ​ການ​ຢັ້ງ​ຢືນ​ຂອງ​ທ່ານ​ນາງ Ramla Khalidi, ຫົວ​ໜ້າ​ຜູ້​ຕາງ​ໜ້າ UNDP ປະ​ຈຳ ຫວຽດ​ນາມ ໃນ​ການ​ເຮັດ​ວຽກ​ກັບ​ທ່ານ ພົນ​ໂທ ເລ​ວັນ​ຕວຽນ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ ຫວຽດ​ນາມ ໃນ​ວັນ​ທີ 14 ພຶດ​ສະ​ພາ ຢູ່​ຮ່າ​ໂນ້ຍ.

ທ່ານ​ນາງ Ramla Khalidi ໃຫ້​ຮູ້​ວ່າ, UNDP ພວມ​ສົມ​ທົບ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ຂອງ ຫວຽດ​ນາມ ສ້າງ​ເອ​ກະ​ສານ​ສຳ​ລັບ​ໂຄງ​ການ​ແຫ່ງ​ຊາດ​ໃຫ້​ແກ່ ຫວຽດ​ນາມ ໄລ​ຍະ 2027 – 2031 ແລະ ມີ​ຄວາມ​ປາດ​ຖະ​ໜາ​ຢາກ​ສືບ​ຕໍ່​ໄດ້​ຮັບ​ຄຳ​ເຫັນ​ປະ​ກອບ​ຈາກ​ກະ​ຊວ​ງ​ຕຳຫຼວດ ຫວຽດ​ນາມ ​ເພື່ອ​ສ້າງ​ສຳ​ເລັດ​ບັນ​ດາ​ເນື້ອ​ໃນ​ຮ່ວມ​ມື​ໃນ​ໄລ​ຍະ​ໃໝ່. ທ່ານ​ນາງ Ramla Khalidi ຢັ້ງ​ຢືນ​ວ່າ, UNDP ພ້ອມ​ແລ້ວ​ທີ່​ຈະ​ສືບ​ຕໍ່​ໜູນ​ຊ່ວຍ ຫວຽດ​ນາມ ໃນ​ບັນ​ດາ​ຂົງ​ເຂດ​ປະ​ຕິ​ຮູບ​ກົດ​ໝາຍ, ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ປະ​ຕິ​ບັດ​ກົດ​ໝາຍ, ພ້ອມ​ທັງ​ເປ​ີ​ດກວ້າງ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ໃໝ່.

ເມື່ອ​ແລກ​ປ່ຽນ​ກັບ​ຫົວ​ໜ້າ​ຜູ້​ຕາງ​ໜ້າ UNDP ປະ​ຈຳ ຫວຽດ​ນາມ, ທ່ານ ພົນ​ໂທ ເລ​ວັນ​ຕວຽນ ເນັ້ນ​ໜັກ​ວ່າ ຫວຽດ​ນາມ ພວມ​ສືບ​ຕໍ່​​ສ້າງ​ສຳ​ເລັດ​ລະ​ບົບ​ກົດ​ໝາຍ​ຕາມ​ທິດ​ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ​ໃຫ້​ດີກວ່າ, ສອດ​ຄ່ອງ​ກັບ​ບັນ​ດາ​ມາດ​ຕາ​ຂອງ​ສົນ​ທິ​ສັນ​ຍາ​ສາ​ກົນ ເຊິ່ງ ຫວຽດ​ນາມ ເປັນ​ສະ​ມາ​ຊິກ; ພ້ອມ​ທັງ​ຜັນ​ຂະ​ຫຍາຍ​ບັນ​ດາ​ແຜນ​ນະ​ໂຍ​ບາຍ​ພັດ​ທະ​ນາ​ເສດ​ຖະ​ກິດ​ຕິດ​ພັນ​ກັບ​ການ​ພັດ​ທະ​ນາ​ແບບ​ຍື​ນ​ຍົງ​, ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ ແລະ ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ​ຢ່າງ​ແຮງ.