ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຮັດວຽກກັບການນຳແຂວງ ກາວບັ່ງ
16/01/2023 11:22
(VOVWORLD) - ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ແຂວງ ກາວບັ່ງ ຕ້ອງຮັບປະກັນການປ້ອງກັນຊາດ; ຄຸ້ມຄອງເຂດຊາຍແດນຢ່າງແໜ້ນແຝ້ນ, ປົກປັກຮັກສາອະທິປະໄຕຜືນແຜ່ນດິນ;

(ພາບ: VOV) ໃນລາຍການໄປປະຕິບັດງານຢູ່ແຂວງ ກາວບັ່ງ ຊື່ງແມ່ນແຂວງເຂດພູດອຍທາງພາກເໜືອຫວຽດນາມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຮັດວຽກກັບການນຳແຂວງ ກ່ຽວກັບສະພາບໝາກຜົນປີ 2022, ໜ້າທີ່ພັດທະນາເສດຖະກິດ-ສັງຄົມປີ 2023. ທ່ານນາຍົກລັດຖະມົນຕີຊີ້ນຳວ່າ, ທາງແຂວງ ກາວບັ່ງ ຄວນສຸມໃສ່ພັດທະນາເສດຖະກິດເຂດຊາຍແດນ, ເຂດດ່ານ; ຍົກສູງປະສິດທິຜົນເຂດອຸດສາຫະກຳ, ເສດຖະກິດເຂດດ່ານ; ເສີມຂະຫຍາຍ, ຍົກສູງມູນຄ່າເພີ່ມອຸດສາຫະກຳປຸງແຕ່ງໂລຫະ; ຍູ້ແຮງອຸດສາຫະກຳປຸງແຕ່ງຜະລິດຕະພັນກະເສດ, ດຶງດູດບັນດາຂະແໜງອຸດສາຫະກຳໃໝ່. ແຂວງກໍ່ຕ້ອງລົງທຶນພັດທະນາການທ່ອງທ່ຽວ ເພື່ອໃຫ້ການທ່ອງທ່ຽວ ກາຍເປັນຂະແໜງເສດຖະກິດປາຍແຫຼມ ແລະ ກາວບັ່ງ ກາຍເປັນສູນທ່ອງທ່ຽວຂອງເຂດພູພຽງ ແລະ ພູດອຍທາງພາກເໜືອ ຫວຽດນາມ. ໂດຍແມ່ນແຂວງມີເສັ້ນຊາວແດນຍາວ, ທຸລະກັນດານ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ແຂວງ ກາວບັ່ງ ຕ້ອງຮັບປະກັນການປ້ອງກັນຊາດ; ຄຸ້ມຄອງເຂດຊາຍແດນຢ່າງແໜ້ນແຝ້ນ, ປົກປັກຮັກສາອະທິປະໄຕຜືນແຜ່ນດິນ; ຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ; ປະຕິບັດວຽກງານການຕ່າງປະເທດເປັນຢ່າງດີ.
TAG
VOV/VOVworld/ແຂວງ ກາວບັ່ງ/ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ
Related
More





