VOV WorldVOV World
ທ່ານນາຍົກລັດຖະມົນຕີ ເລມິນຮຶງ ເຮັດວຽກກັບກະຊວງສຶກສາ ແລະ ບຳລຸງສ້າງວ; ເຮັດວຽກກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ
25/04/2026 07:53
[VOVWORLD] - ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ປາດ​ຖະ​ໜາ​ວ່າ ການ​ນຳ​ທາງ​ກະ​ຊວງ ​ຈະມີ​ຄວາມ​ເປັນ​ເຈົ້າ​ການຢ່າງ​ແທ​້​ຈິງ, ມີ​ປະ​ສິດ​ທິ​ຜົນ​ກວ່າ, ຮັບ​ປະ​ກັນ​ຄວາມ​ຄືບ​ໜ້າ, ຜັນ​ຂະ​ຫຍາຍ​ບັນ​ດາ​ວຽກ​ງານ​ຂອງ​ຂ​ະ​ແໜງ​ໃຫ້​ມີ​ປະ​ສິດ​ທິ​ຜົນຢ່າງ​ແທ​້​ຈິງກວ່າ.
ທ່ານນາຍົກລັດຖະມົນຕີ ເລມິນຮຶງ ເຮັດວຽກກັບກະຊວງສຶກສາ ແລະ ບຳລຸງສ້າງວ; ເຮັດວຽກກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ
10_25-4_am_sang_thu_tuong_anh_1.jpg ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ         ຕອນ​ເຊົ້າ​ວັນ​ທີ 25 ເມ​ສາ, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທີ່ ຮ່າ​ໂນ້ຍ, ທ່ານ ເລ​ມິນ​ຮຶງ, ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ຫວຽດ​ນາມ ໄດ້​ເປັນປະ​ທານ​ເຮັດ​ວຽກ​ກັບ​ກະ​ຊວງ​ສຶກ​ສາ ແລະ ບຳ​ລຸງ​ສ້າງ ຫວຽດ​ນາມ ກ່ຽວ​ກັບ​ໂຄງ​ການ, ແຜນ​ການ​ໜ້າ​ທີ່​ຈຸດ​ສຸມ, ຮີບ​ດ່ວນ​ທີ່​ໄດ້​ຮັບ​ມອບ​ໝາຍ.         ກ່ຽວ​ກັບ​ບັນ​ດາ​ໜ້າ​ທີ່, ມາດ​ຕະ​ການ​ຈຸດ​ສຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຊີ້​ແຈ້ງວ່າ ທາງ​ກະ​ຊວງ​ຕ້ອງ​​ສຸມ​ໃສ່​ສ້າງ​ສຳ​ເລັດ, ຍື່ນ​ສະ​ເໜີ​ປ​ະ​ກາດ​ໃຊ້​ບັນ​ດາ​ເອ​ກະ​ສາ​ນ, ແຜນ​ຮ່າງ​​ໃນ​ທັນ​ທີ, ຄື: ດຳ​ລັດວ່າ​ດ້ວຍ​ເລື່ອງບໍ່​ເກັບ​ຄ່າ​ປື້ມ​ຕຳ​ລາ​ຮຽນ​ຊັ້ນ​ການ​ສຶກ​ສາ​ສາ​ມັນ ແລະ ແຜນ​ການ​ບໍ່​ເກັບ​ຄ່າ​ຮຽນ, ດຳ​ລັດ​ກຳ​ນົດ​ກ່ຽວ​ກັບ​ທຶນ​ການ​ສຶກ​ສາ​​ແຫ່ງ​ຊາດ; ແຜນ​ຮ່າງ​ການ​ລົງ​ທຶນກໍ່​ສ້າງ​ພື້​ນ​ຖານ​ດ້ານ​ວັດ​ຖຸ ແລະ ຍົກ​ສູງ​ຄຸນ​ນະ​ພາບ​ການ​ເຄື່ອນ​ໄຫວ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ໃຫຍ່​ຈຳ​ນວນ​ໜຶ່ງຢູ່ ວິງ, ເຫ້ວ, ດ່ານັ້ງ, ຍາ​ຈາງ, ກຸ​ຍ​ເຍີນ ໃຫ້​ກາຍ​ເປັນ​ບັນ​ດາ​ສູນ​ບຳ​ລຸງສ້າງ​ທີ່​ມີ​​ຄວາມ​ເຊື່ອ​ຖື​ຢູ່​ພາກ​ພື້ນ ແລະ ໃນ​ໂລກ.         ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ປາດ​ຖະ​ໜາ​ວ່າ ການ​ນຳ​ທາງ​ກະ​ຊວງ ​ຈະມີ​ຄວາມ​ເປັນ​ເຈົ້າ​ການຢ່າງ​ແທ​້​ຈິງ, ມີ​ປະ​ສິດ​ທິ​ຜົນ​ກວ່າ, ຮັບ​ປະ​ກັນ​ຄວາມ​ຄືບ​ໜ້າ, ຜັນ​ຂະ​ຫຍາຍ​ບັນ​ດາ​ວຽກ​ງານ​ຂອງ​ຂ​ະ​ແໜງ​ໃຫ້​ມີ​ປະ​ສິດ​ທິ​ຜົນຢ່າງ​ແທ​້​ຈິງກວ່າ. 14_25-4_am_sang_thu_tuong.jpg ທ່ານນາຍົກລັດຖະມົນຕີ ເລມິນຮຶງ ເຮັດ​ວຽກ​ກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໃນ​ວັນ​ດຽວ​ກັນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິນ​ຮຶງ ໄດ້​ເປັນ​ປະ​ທານກອງ​ປະ​ຊຸມ​ກັບ​ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ຫວຽດ​ນາມ ກ່ຽວ​ກັບ​ສະ​ພາບ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ໜ້າ​ທີ່​ທີ່​ໄດ້​ຮັບ​ມອບ​ໝາຍ, ພິ​ເສດ​ແມ່ນ​ສືບ​ຕໍ່​ຜັນ​ຂະ​ຫຍາຍ​ມະ​ຕິ​ເລກ​ທີ 80 ຂອງ​ກົມ​ການ​ເມືອງ ແລະ ມະ​ຕິ​ຂອງ​ສະ​ພາ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ. ທີ່ກອງ​ປ​ະ​ຊຸມ, ທ່າ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເນັ້ນ​ໜັ​ກວ່າ ຂະ​ແໜງວັດ​ທະ​ນະ​ທຳ, ກິ​ລາ ແລ​ະ ທ່ອງ​ທ່ຽວ​ສວມ​ບົດ​ບາດ​ສຳ​ຄັນ​ຕໍ່​ການ​ເຕີບ​ໂຕ 2 ຕົວ​ເລກ. ສະ​ນັ້ນ, ມາ​ດ​ຕະ​ການ​ຈຸດ​ສຸມ​ໃນ​ໄລ​ຍະ​ຈະ​ມາ​ເຖິງ​ແມ່ນ​ສຸ​ມ​ໃສ່​ສ້າງລະ​ບອບ​ລະ​ບຽບ​ການ​​ໃນ​ຂົງ​ເຂດ​ວັດ​ທ​ະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວໃຫ້​ສຳ​ເລັດ. ທ່ານກໍ່​ຮຽກ​ຮ້ອ​ງໃຫ້​ຍູ້​ແຮງ​ການໝູນ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ນະ​ວັດ​ຕະ​ກຳ, ການ​ຫັນ​ເປັນ​ດີ​ຈີ​ຕອນ​ໃນ​ທົ່ວ​ຂະ​ແໜງ; ກະ​ກຽມ ແລະ ຈັດ​ບັນ​ດາ​ເຫດ​ການ​ການ​ເມືອງ - ວັ​ດ​ທະ​ນະ​ທຳ​ສຳ​ຄັນ​ຂອງ​ປະ​ເທດ​ຊາດ​ໃນ​ປີນີ້​ໃຫ້​ປະ​ສົບ​ຜົນ​ສຳ​ເລັດ.
TAG
VOV/VOVWORLD/ສຶກ​ສາ​​/ພື້​ນ​ຖານ/​ວັດ​ຖຸ