ທ່ານເລຂາທິການໃຫຍ່,ປະທານປະເທດລາວຕ້ອນຮັບຄະນະຜູ້ແທນສານປຊຊສູງສຸດຫວຽດນາມ
09/08/2013 10:48
(vovworld)- ທ່ານ ເຈືອງຮ່ວາບີ່ງ, ເລຂາສູນກາງພັກ, ຫົວຫນ້າໄອຍະການປະຊາຊົນສູງສຸດນຳຫນ້າໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ
ທ່ານ ເຈືອງຮ່ວາບີ່ງ ພາບ:internet (vovworld)- ໂດຍໄດ້ຮັບຄຳເຊີນຂອງສານປະຊາຊົນສູງສຸດລາວ, ຄະນະການນຳສານປະຊາຊົນສູງສຸດ ຫວຽດນາມ ໂດຍທ່ານ ເຈືອງຮ່ວາບີ່ງ, ເລຂາສູນກາງພັກ, ຫົວຫນ້າໄອຍະການປະຊາຊົນສູງສຸດນຳຫນ້າໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ລາວແຕ່ວັນທີ 7 -10/8. ຕອນເຊົ້າວັນທີ 8/8 ຢູ່ສຳນັກງານສູນກາງພັກປະຊາຊົນປະຕິວັດລາວ, ທ່ານເລຂາທິການໃຫຍ່, ປະທານປະເທດລາວ ຈູມມາລີ ໄຊຍະສອນ ໄດ້ໃຫ້ການຕ້ອນຮັບຄະນະ. ນະທີ່ີນີ້ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ຕີລາຄາສູງໝາກຜົນການຮ່ວມມື ແລະ ການເຈລະຈາ ລະຫວ່າງສານປະຊາຊົນສູງສຸດສອງປະເທດໃນໄລຍະຜ່ານມາ ພ້ອມທັງສະແດງຄວາມປາດຖະຫນາຢາກໃຫ້ສານປະຊາຊົນສູງສຸດສອງປະເທດ, ພິເສດແມ່ນອົງການສານຢູ່ບັນດາແຂວງຊາຍແດນສືບຕໍ່ຮ່ວມມືຢ່າງແຫນ້ນແຟ້ນ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ ແລະ ການຮ່ວມມືເພື່ອເພີ່ມທະວີບົດບາດຂອງອົງການສານຂອງສອງປະເທດກວ່າອີກ, ປະກອບສ່ວນຮັກສາສະຖຽນລະພາບດ້ານການເມືອງ, ສັງຄົມ, ສ້າງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນສຳລັບພັກ, ລັດ.
TAG
ສານປະຊາຊົນ
Related
More






