ຕອນ​ເຊົ້າ​ວັນ​ທີ 14 ກັນ​ຍາ, ຢູ່​ຮ່າ​ໂນ້ຍ, ທ່ານ ນາງ ຟ້າມ​ທິ​ແທັງ​ຈ່າ ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ລົງ​ກວດ​ກາວຽກ​ງານ​ຜັນ​ຂະ​ຫຍາຍ​ບັ້ນ 500 ວັນ​ແລະ ຄືນ ຢູ່​ສູນກວດ​ວິ​ໄຈ AND, ສະ​ຖາ​ບັນ​ຊີ​ວະ​ສາດ (ສະຖາບັນ​ບັນ​ດຶດ​ວິ​ທະ​ຍາສາດ ແລະ ເຕັກ​ໂນ​ໂລ​ຢີ ຫວຽດ​ນາມ) ແລະ ສະ​ຖາ​ບັນນິ​ຕິ​ເວດ​ ກອງ​ທັບ (ກົມ​ເສ​ນາ​ຮັກ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ). ທີ່ການກວ​ດ​ກາ​ຕົວ​ຈິງ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຕີ​ລາ​ຄາ​ສູງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ສະ​ຖາ​ບັນ​ຊີ​ວະ​ສາດ ແລະ ສູນ ANDໃນ​ການ​ທັງ​ຄົ້ນ​ຄ້​ວາ, ທົດ​ລອງ ແລະ ຜັນ​ຂະ​ຫຍາຍ​ເຕັກ​ໂນ​ໂລ​ຢີ​ໃໝ່​ຮັບ​ໃຊ້​ການ​ຢັ້ງ​ຢືນ​ຊື່​ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ.ທ່ານນາງ​ຖື​ວ່າ ແຫຼ່ງ​ກຳ​ລັງ​ຊັບ​ພະ​ຍາ​ກອ​ນ​ມະ​ນຸດ​ແມ່ນ​ບັນ​ຫາ​ຕ້ອງ​ສຸມ​ໃສ່​ຢູ່​ລະ​ດັບ​ສູງ, ສະ​ເໜີ​ສະ​ຖາບັນບັນ​ດິດ​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ​ຫວຽດ​ນາມ ສຳຫຼວດກວດ​ຄືນ​ແຫຼ່ງ​ກຳ​ລັງ, ບໍ່​ພຽງ​ແຕ່​ຢູ່ ສະ​ຖາ​ບັນ​ຊີ​ວະ​ສາດ ເທົ່າ​ນັ້ນ ຫາກ​ຍັງ​ບັນ​ດາ​ຫົວ​ໜ່ວຍ​ທີ່​ມີ​ໜ້າ​ທີ່​ຄວາມ​ຮັບ​ຜິດ​ຊອບ​ທີ່​ກ່ຽວ​ຂ້ອງ; ຮີບເຮັ່ງ​ລະ​ດົມ​ບັນ​ດາ​ພະ​ນັກ​ງານ​ທີ່​ມີ​ຄວາມ​ສາ​ມາດເຂົ້າ​ເຖິງວຽກ​ງານ​ເພື່ອ​ຝືກ​ອົບ​ຮົບ, ກະ​ກຽມ​ເຄື່ອນ​ໄຫວ​ບັນ​ດາ​ຕ່ອງ​ໂສ້​ເຕັກ​ໂນ​ໂລ​ຢີ​ໃໝ່.