VOV WorldVOV World
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ລົງກວດກາໂຄງການເສັ້ນທາງຄວາມໄວສູງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້
30/01/2023 07:54
(VOVWORLD) - ຕາມແຜນຜັງເຄືອຂ່າຍທາງບົກໄລຍະ 2021 – 2030, ວິໄສທັດຮອດປີ 2050 ໂດຍນາຍົກລັດຖະມົນຕີອະນຸມັດຜ່ານລົງວັນທີ 1 ກັນຍາ 2021
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ລົງກວດກາໂຄງການເສັ້ນທາງຄວາມໄວສູງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ມອບອັງເປົາໃຫ້ບັນດາກຳມະກອນ, ຜູ້ອອກແຮງງານປະຕິບັດໂຄງການ (ພາບ:Vũ Khuyên/ VOV) ຕອນເຊົ້າວັນທີ 30 ມັງກອນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມກັບຄະນະປະຕິບັດງານຂອງລັດຖະບານໄດ້ລົງກວດກາຕົວຈິງສຳລັບໂຄງການເສັ້ນທາງຄວາມໄວສູງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້, ຢ້ຽມຢາມ, ອວຍພອນປີໃໝ່ກຳມະກອນ, ຜູ້ອອກແຮງງານທີ່ພວມປະຕິບັດໂຄງການ.         ຕາມແຜນຜັງເຄືອຂ່າຍທາງບົກໄລຍະ 2021 – 2030, ວິໄສທັດຮອດປີ 2050 ໂດຍນາຍົກລັດຖະມົນຕີອະນຸມັດຜ່ານລົງວັນທີ 1 ກັນຍາ 2021, ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ໄດ້ວາງແຜນຜັງ ເສັ້ນທາງຄວາມໄວສູງ 6 ສາຍ ດ້ວຍຂອບຂະໜາດແຕ່ 4 – 6 ເລນທາງ, ເຊິ່ງລວມມີ: 3 ເສັ້ນທາງຄວາມໄວສູງແກນຕັ້ງດ້ວຍລວງຍາວທັງໝົດ 575 ກມ; 3 ເສັ້ນທາງແກນຂວາງດ້ວຍລວງຍາວທັງໝົດ 590 ກມ.         ເມື່ອກວດກາຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ສະເໜີວ່າ: ຫົວໜ່ວຍກໍ່ສ້າງໂຄງການຈົ່ງນຳໃຊ້ເຕັກໂນໂລຊີດ້ວຍທຸກໆມາດຕະການດ້ານເຕັກນິກສູງສຸດເພື່ອຍູ້ໄວຄວາມຄືບໜ້າໃນການກໍ່ສ້າງ, ແຕ່ຕ້ອງຮັບປະກັນຄຸນນະພາບ, ຄວາມປອດໄພ, ພ້ອມທັງຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້, ການຟຸມເຟືອຍ.
TAG
VOV/VOVworld/ກຳ​ມະ​ກ​ອນ/ໂຄງ​ການ​ກໍ່​ສ້າງ