ທ່ານປະທານປະເທດເຈີນດ້າຍກວາງພົບປະກັບຜູ້ມີສິດເລືອກຕັ້ງນະຄອນໂຮ່ຈິມີນ
09/05/2016 10:44
(vovworld)- ຕອນເຊົ້າວັນທີ 9/5, ທ່ານ ເຈີນດ້າຍກວາງ, ປະທານປະເທດ ຫວຽດນາມ ພ້ອມກັບບັນດາຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 14

ທ່ານປະທານປະເທດເຈີນດ້າຍກວາງພົບປະກັບຜູ້ມີສິດເລືອກຕັ້ງ ນະຄອນໂຮ່ຈິມີນ ພາບ:qdnd.vn (vovworld)- ຕອນເຊົ້າວັນທີ 9/5, ທ່ານ ເຈີນດ້າຍກວາງ, ປະທານປະເທດ ຫວຽດນາມ ພ້ອມກັບບັນດາຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 14 ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງ ຂຶ້ນກັບຫົວຫນ່ວຍເລືອກຕັ້ງເລກ 1 ນະຄອນໂຮ່ຈິມີນ. ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ເຈີນດ້າຍກວາງ ເນັ້ນຫນັກວ່າ: ການບຸລິມະສິດຕົ້ນຕໍໃນໂຄງການດຳເນີນງານຂອງປະທານປະເທດ ແມ່ນ ສ້າງສຳເລັດລະບົບກົດໝາຍ. ທ່ານປະທານປະເທດ ເຈີນດ້າຍກວາງໃຫ້ຮູ້ວ່າ ຈະຊີ້ນຳການສ້າງກຳລັງປະກອບອາວຸດປະຊາຊົນປະຕິວັດເປັນກຳລັງຫລວງ, ຍອດຢ້ຽມ, ທັນສະໄຫມເທື່ອລະກ້າວ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການການປົກປັກຮັກສາເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດຢ່າງໝັ້ນຄົງ, ສ້າງສະພາບແວດລ້ອມສັນຕິພາບເພື່ອພັດທະນາປະເທດຊາດ ແລະ ເຊື່ອມໂຍງເຂົ້າກັບສາກົນ.
TAG
vovworld/ຜູ້ມີສິດເລືອກຕັ້ງ
Related






