ທິມບານເຕະໃນຮົ່ມຍິງຫວຽດນາມໄດ້ຮັບລາງວັນຊະນະເລີດ ອາຊີຕາເວັນອອກສ່ຽງໃຕ້
04/10/2013 09:44
(Vovworld) - ທິມບານເຕະຍິງຫວຽດນາມ ບັງເອີນໄດ້ເອົາຊະນະຕໍ່ທິມບານເຕະຍິງໄທ 4 ປະຕູຕໍ່ 3...

ທິມບານເຕະຍິງຫວຽດນາມ (ພາບ: vanhoathethao.com) (Vovworld) - ໃນນັດແຂ່ງຂັນຊິງຊະນະເລີດກິລາບານເຕະໃນຮົ່ມ ຊຶ່ງຖືກຈັດຂຶ້ນໃນຕອນຄຳວັນທີ 3/10 ຢູ່ມຽນມາ, ທິມບານເຕະຍິງຫວຽດນາມ ບັງເອີນໄດ້ເອົາຊະນະຕໍ່ທິມບານເຕະຍິງໄທຊຶ່ງພວມຢືນອັນດັບໜຶ່ງໃນອາຊີຕາເວັນອອກສ່ຽງໃຕ້ 4 ປະຕູຕໍ່ 3. ແລະ ກໍໃນຕອນຄຳຂອງວັນດຽວກັນ, ທິມຊາດບານເຕະ U19 ຫວຽດນາມໄດ້ເອົາຊະນະຕໍ່ທິມໄຕ້ຫວັນປະເທດຈີນ 6 ປະຕູຕໍ່1 ໃນການແຂ່ງຂັນຮອບຄັດເລືອກ U19 ອາຊີ 2014 ຊຶ່ງຖືກຈັດຂຶ້ນຢູ່ສະໜາມກິລາ ກົວລາລຳເປີ ປະເທດມາເລເຊຍ. ດ້ວຍໄຊຊະນະນີ້, ຫວຽດນາມພວມຢືນອັນດັບ 2 ໃນສາຍ F ຖັດຈາກທິມ U19 ອົດສະຕາລີ ຊຶ່ງແມ່ນທິມໄດ້ເອົາຊະນະຕໍ່ທິມ U19 ຮອງກົງປະເທດຈີນ 7 ປະຕູຕໍ່ 0.
TAG
ທິມບານເຕະໃນຮົ່ມຍິງຫວຽດນາມໄດ້ຮັບລາງວັນຊະນະເລີດ ອາຊີຕາເວັນອອກສ່ຽງໃຕ້
Related





