Tunisia ຍຸບເລິກ ລັດຖະບານພັນທະມິດກຳອຳນາດ
07/02/2013 09:12
ວັນທີ 6/2, ນາຍົກລັດຖະມົນຕີ Tunisia, Hamadi Jebali ໄດ້ປະກາດຍຸບເລິກລັດຖະບານພັນທະມິດກຳອຳນາດເພື່ອເປີດຊ່ອງທາງໃຫ້ແກ່ການສ້າງຕັ້ງລັດຖະບານ

ທ່ານ Hamadi Jebali, ນາຍົກລັດຖະມົນຕີ Tunisia ພາບ: internet (vovworld) - ວັນທີ 6/2, ນາຍົກລັດຖະມົນຕີ Tunisia, Hamadi Jebali ໄດ້ປະກາດຍຸບເລິກລັດຖະບານພັນທະມິດກຳອຳນາດເພື່ອເປີດຊ່ອງທາງໃຫ້ແກ່ການສ້າງຕັ້ງລັດຖະບານ ຮັບຜິດຊອບການນຳພາປະເທດຊາດນັບແຕ່ນີ້ຮອດໄລຍະດຳເນີນບັນດາການເລືອກຕັ້ງ. ແຈ້ງການດັ່ງກ່າວໂດຍທ່ານນາຍົກລັດຖະມົນຕີ Jebali ຍົກອອກໃນສະພາບບັນດາການແຫ່ຂະບວນປະທ້ວງສືບຕໍ່ແຜ່ລາມອອກສູ່ວົງກວ້າງຢູ່ນະຄອນຫລາຍແຫ່ງໃນ Tunisia ພາຍຫລັງຫົວຫນ້າພັກບັນດາຜູ້ຮັກຊາດປະຊາທິປະໄຕ ຝ່າຍຄ້ານ, ທ່ານ Chokri Belaid ຖືກຍິງຕາຍຢູ່ຕໍ່ຫນ້າເຮືອນສ່ວນຕົວຂອງທ່ານໃນວັນດຽວກັນ. ທ່ານ Jebali ຖືວ່າ ເຫດການດັ່ງກ່າວແມ່ນການກະທຳກໍ່ການຮ້າຍ ແລະ ໃຫ້ຄຳໝັ້ນໝາຍຈະມານະພະຍາຍາມຈັບຕົວການ. ອາເມລິກາ ແລະ ຝລັ່ງ ກໍກ່າວປະນາມເຫດເຂັ່ນຂ້າທ່ານ Belaid. ໃນວັນດຽວກັນ, ມີຜູ້ແຫ່ຂະບວນປະທ້ວງ 1000 ຄົນ ໄດ້ຢືນຢູ່ນອກສຳນັກງານກະຊວງພາຍໃນຂອງ Tunisia ແລະ ເກີດການປະທະກັນກັບກຳລັງປ້ອງກັນຄວາມສະຫງົບ.
TAG
ຍຸບເລິກ
Related
More




