VOV ແລະ NHK ເພີ່ມທະວີການຮ່ວມມື
22/08/2012 03:30
ວັນທີ 21/8, ຄະນະຜູ້ແທນວິທະຍຸກະຈາຍສຽງ ຫວຽດນາມ ໂດຍທ່ານ Vu Hai ຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ (VOV) ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບວິທະຍຸກະຈາຍສຽງ ແລະ ໂທລະພາບ (NHK)
ຄະນະຜູ້ແທນ VOV ຢ້ຽມຢາມ NHK (vovworld) - ວັນທີ 21/8, ຄະນະຜູ້ແທນວິທະຍຸກະຈາຍສຽງ ຫວຽດນາມ ໂດຍທ່ານ Vu Hai ຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ (VOV) ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບວິທະຍຸກະຈາຍສຽງ ແລະ ໂທລະພາບ (NHK) ຂອງຍີ່ປຸ່ນ. ກ່າວຄຳເຫັນນະການຕ້ອນຮັບ, ທ່ານ Tatsuru Yamada ຜູ້ອຳນວຍການຮັບຜິດຊອບຂົງເຂດກະຈາຍສຽງຂອງ NHK ສະແດງຄວາມປາດຖະຫນາຢາກຮ່ວມມືກັບ VOV ໃນການຜະລິດບັນດາລາຍການກະຈາຍສຽງ ໂທລະພາບ. ສ່ວນທ່ານ Vu Hai ຮອງຜູ້ອຳນວຍການໃຫຍ່ VOV ໃຫ້ຮູ້ວ່າ: VOV ແລະ NHK ມີຈຸດຄ້າຍຄືກັນ ລ້ວນແຕ່ແມ່ນບັນດາອົງການສື່ມວນຊົນຫລາຍປະເພດ ແລະ ຂຶ້ນກັບການຄຸ້ມຄອງຂອງລັດຖະບານ. ທ່ານ ຮອງຜູ້ອຳນວຍການໃຫຍ່ VOV Vu Hai ປາດຖະຫນາວ່າ NHK ຈະແບ່ງບັນບົດຮຽນກັບ VOV ໃນການຜະລິດບັນດາລາຍການກະຈາຍສຽງ ແລະ ໂທລະພາບ, ພິເສດ ບັນດາລາຍການກະຈາຍສຽງທາງອິນເຕີແນດ ແລະ ເຄື່ອງສື່ສານເຄື່ອນທີ່. ຄະນະຜູ້ແທນ VOV ກໍໄດ້ໄປຢ້ຽມຢາມສູນກະຈາຍສຽງ, ວິທະຍຸກະຈາຍສຽງສາກົນ ແລະ ບັນດາ studio NHK.
TAG
ວິທະຍຸ
Related







