VOV WorldVOV World
ວັນ​ບຸນ​ວັດ​ທະ​ນະ​ທ​ຳ, ກິ​ລາ ແລະ ທ່ອງ​ທຽວ​ບັນ​ດາ​​ເຜົ່າເຂດ​ທາງ​ທິດຕາ​ເວັນ​​ຕົກສ່ຽງເໜືອ​
09/08/2019 08:00
(VOVWORLD) - ວັນບຸນປີນີ້ມີການເຂົ້າຮ່ວມຂອງ 7 ແຂວງ, ນອກຈາກແຂວງ ເຊີນລາແລ້ວ ຍັງມີ: ຮ່ວາບິ່ງ, ດຽນບຽນຝຸ໋, ລາຍເຈົາ, ລາວກາຍ, ອຽນບ໊າຍ ແລະ ຝຸເທາະ.
ວັນ​ບຸນ​ວັດ​ທະ​ນະ​ທ​ຳ, ກິ​ລາ ແລະ ທ່ອງ​ທຽວ​ບັນ​ດາ​​ເຜົ່າເຂດ​ທາງ​ທິດຕາ​ເວັນ​​ຕົກສ່ຽງເໜືອ​
ພາບປະກອບ:ວັນບຸນເຊີດຊູບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອອັນດີງາມຂອງບັນດາ ເຜົ່າເຂດທາງທິດຕາເວັນຕົກສ່ຽງເໜືອ (ພາບ: nhandan.com.vn)  ວັນບຸນວັດທະນະທຳ, ກິລາ ແລະ ທ່ອງທຽວບັນດາເຜົ່າເຂດທາງທິດຕາເວັນຕົກສ່ຽງເໜືອ ດ້ວຍຫົວຂໍ້ທີ່ວ່າ “ອະນຸລັກຮັກສາ, ເສີມຂະຫຍາຍສິີສັນວັດທະນະທຳຂອງບັນດາຊົນເຜົ່າເຂດທາງທິດຕາເວັນຕົກສ່ຽງເໜືອໃນສະໄໝເຊື່ອມໂຍງ ແລະ ພັດທະນາປະເທດແບບຍືນຍົງ” ຈະໄດ້ດຳເນີນໃນລະຫວ່າງວັນທີ 18 – 20 ສິງຫາຢູ່ແຂວງເຊີນລາ. ວັນບຸນປີນີ້ມີການເຂົ້າຮ່ວມຂອງ 7 ແຂວງ, ນອກຈາກແຂວງ ເຊີນລາແລ້ວ ຍັງມີ: ຮ່ວາບິ່ງ, ດຽນບຽນຝຸ໋, ລາຍເຈົາ, ລາວກາຍ, ອຽນບ໊າຍ ແລະ ຝຸເທາະ. ວັນບຸນເພື່ອແນໃສ່ເຊີດຊູບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອອັນດີງາມຂອງບັນດາ ເຜົ່າເຂດທາງທິດຕາເວັນຕົກສ່ຽງເໜືອ, ໂຄສະນາຄວາມສາມາດບົ່ມຊ້ອນ, ດຶງດູດການລົງທຶນເຂົ້າຂົງເຂດການທ່ອງທ່ຽວຂອງບັນດາແຂວງທາງທິດຕາເວັນຕົກສ່ຽງເໜືອ.
TAG
VOV/VOVworld/ເຜົ່າ/ທາງ​ທິດຕາ​ເວັນ​​ຕົກສ່ຽງເໜືອ​