ທ່ານຮອງນາຍົກລັດຖະມົນຕີ ຈີນ ຫຼຽວເຄືອ ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump ໃນພິທີລົງນາມໃນຂໍ້ຕົກລົງການຄ້າ ລະຫວ່າງ ອາເມລິກາ ແລະ ຈີນ ໃນວັນທີ 15/01/2020 (ພາບປະກອບ: AFP)


ການພົບປະດັ່ງກ່າວ ແມ່ນເພື່ອແນໃສ່ກວດກາຄືນການປະຕິບັດຂໍ້ຕົກລົງທີ່ໄດ້ລົງນາມເມື່ອເດືອນມັງກອນຜ່ານ. ສອງຝ່າຍກໍໄດ້ແລກປ່ຽນກ່ຽວກັບບັນດາຂັ້ນຕອນ ເຊິ່ງ ຈີນ ໄດ້ປະຕິບັດມາ ເພື່ອແນໃສ່ປົກປ້ອງຊັບສິນທາງປັນຍາຂອງ ອາເມລິກາ ແລະ ການສ້າງຕະຫຼາດການບໍລິການດ້ານການເງິນເປັນເສລີ.

ແຈ້ງການຂອງຫ້ອງການຜູ້ຕາງໜ້າດ້ານການຄ້າ ອາເມລິກາ ໃຫ້ຮູ້ວ່າ ສອງຝ່າຍບັນລຸໄດ້ຄວາມຄືບໜ້າ ແລະ ໃຫ້ຄຳໝັ້ນສັນຍາດຳເນີນບັນດາບາດກ້າວເດີນທີ່ຈຳເປັນ ເພື່ອຮັບປະກັນຜົນສຳເລັດຂອງຂໍ້ຕົກລົງ.

ໃນຂະນະນັ້ນ, ແຈ້ງການຈາກຝ່າຍ ຈີນ ກໍ່ໃຫ້ຮູ້ວ່າ ສອງຝ່າຍໄດ້ມີການເຈລະຈາຢ່າງມີລັກສະນະສ້າງສັນ ກ່ຽວກັບການປັບປຸງສົມທົບບັນດານະໂຍບາຍມະຫາພາກ ແລະ ປະຕິບັດຂໍ້ຕົກລົງດ້ານການຄ້າໄລຍະໜຶ່ງ.

ນັກຂ່າວ VOV ປະຈຳ ອາເມເລິກາ.