ໃນ​ອາ​ທິດ​ຜ່ານ​ມາ, ພະ​ແນກ​ກະ​ຈາຍ​ສຽງ​ບັນ​ດາ​ລາຍ​ການ​ພາກພາ​ສາ​ຕ່າງ​ປະ​ເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 428 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 33 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 29 ສະບັບຈາກທ່ານຜູ້ຟັງລາວ.

ເພື່ອນ ວົງ​ຄຳ, ຢູ່​ແຂວງ ອຸ​ດົມ​ໄຊ ໄດ້​ສົ່ງ​ອີ​ເມວ​ມາ​ຫາ​ລ​າຍ​ການ​ໂດຍ​ແບ່ງ​ປັນ​ວ່າ: ວັນ​ທີ 19 ພຶດ​ສະ​ພາ 2026 ນີ້​ຈະ​ແມ່ນ​ວັນ​ສະ​ເຫຼີມ​ສະ​ຫຼອງ​ວັ​ນຄ້າຍ​ວັນ​ເກີດ​ຂອງ​ປະ​ທານ ໂຮ່​ຈີ​ມິນ ຄົບຮອບ 136 ປີ (19 ພຶດ​ສະ​ພາ 1890 – 19 ພຶດ​ສະ​ພາ 2026), ເຊິ່ງ​ເປັນ​ຜູ້​ນຳ​ທີ່​ປີ​ຊາ​ສາ​ມາດ, ເປັນ​ຄູ​ຜູ້​ຍິ່ງ​ໃຫຍ່​ຂອງ​ການ​ປະ​ຕິ​ວັດ ຫວຽດ​ນາມ. ແລະ​ກໍ່​ແມ່ນ​ຜູ້​ໄດ​້ກໍ່​ຕັ້ງ​ພື້​ນ​ຖານ​ຢ່າງ​ໝັ້ນ​ແກ່ນ​ໃຫ້​ແກ່​ສາຍ​ພົວ​ພັນ ລາວ - ຫວຽດ​ນາມ ຈົນ​ມາ​ຮອດ​ປະ​ຈຸ​ບັນ ແລະ ໃນ​ອະ​ນ​າ​ຄົດ. ຂ້​າ​ພະ​ເຈົ້າ​ເອງ​ຂໍ​ສົ່ງ​ຄຳ​ຕອບ​ບຸນ​ແທນ​ຄຸນ​ຕໍ່​ປະ​ຊາ​ຊົນ ຫວຽດ​ນາມ ໝົດ​ທຸກ​ຄົນ ແລະ ຂໍ​ອວ​ຍ​ພອນ​ໃຫ້​ນ້ຳ​ໃຈ​ສາ​ມັກ​ຄີ, ມິດ​ຕະ​ພາບ​ລະ​ຫວ່າງ 2 ປະ​ເທດ​ ນັບ​ມື້​ນັບ​ພັດ​ທະ​ນາ.

ເພື່ອນ Armando Francisco Higuera del Reyo, ຢູ່ ເມັກ​ຊີ​ໂກ, ໄດ້​ແບ່ງ​ປັນ​ວ່​າ: “ກຳ​ລັງ​ໜູນ​ຢ່າງ​ເຂັ້ມແຂງເພື່ອ​ສ້າງ​ມະຫາໄຊ​ລະ​ດູ​ບານ​ໃໝ່ປີ 1975 ນັ້ນ ​ແມ່ນ​ນ້ຳ​ໃຈ​ຕໍ່​ສູ້​ຢ່າງ​ກ້າ​ແກ່ນ, ໝັ້ນໜຽວ​ຂອງ​ປະ​ຊາ​ຊົນ​ທີ່​ມີ​ຕໍ່​ແນວ​ທາງ​ນຳພາອັນສະ​ຫຼາດ​ສະ​ຫຼຽວ​ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ໂດຍ​ນຳ​ໜ້າ​ແມ່ນ ​ປະ​ທານ ໂຮ່​ຈິ​ມິນ, ພ້ອມ​ກັບ​ການ​ສະ​ໜັບ​ສະ​ໜູນ​ຢ່າງກວ້າງ​ຂວາງ​ຈາກ​ເພື່ອນ​ມິດ​ສາ​ກົນ. ພາ​ລະ​ກິດ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບນັ້ນ ໄດ້​ສ້າງເປ​ັນ​ແບບ​ຢ່າງວິລະຊົນອະ​ມະ​ຕະ, ເຍືອງ​ທາງ​ໃຫ້​ແກ່​ບັນ​ດາ​ຊົນ​ເຜົ່າ​ໃນ​ທົ່​ວ​ໂລກ. ໃນ​ກະ​ແສ​ປະ​ຫວັດ​ສາດ​ຂອງມວນ​ມະ​ນຸດ, ວິ​ລະ​ກຳ​ນັ້ນ​ຈະ​ໄດ້​ຈົດ​ຈຳໄວ້​ຕະ​ຫຼອດ​ໄປ”.

ເພື່ອນ ສຸ​ລິ​ວົງ, ຢູ່​ແຂວງ ຫຼວງ​ພະ​ບາງ ໄດ້​ສົ່ງ​ອີ​ເມວມ​າ​ຫາ​ລາຍ​ການດ້ວຍ​ເນື້ອ​ໃນ​ທີ່​ວ່າ: “ຕາມ​ຂ້າ​ພະ​ເຈົ້າ​ແລ້ວ, ໜ້າ​ເວັບ​ໃໝ່​ຂອງສື່​ເອ​ເລັກ​ໂຕ​ນິກ vovworld.vn ສ້າງ​ຄວາມດຶງ​ດູດ​ໃຈຢ່າງ​ຈະ​ແຈ້ງ​ ເມື່ອ​ທຽບ​ກັບ​ກ່ອນນີ້. ເຖິງວ່າ​ໄດ້ລຶ້ງ​ກັບ​ການຈັດໜ້າເວັບກ່ອນນີ້​ແລ້ວ, ແຕ່​ຕາມ​ການ​ເວ​ລາ, ຂ້າ​ພະ​ເຈົ້າ​ກໍ່​ຄ່ອຍ​ໆຄ​ົ້ນ​ຫາ​ຫຼາຍ​ສິ່​ງ​ທີ່ຈັບໃຈ​ຈາກ​ການຈັດ​ແບບ​ໃໝ່​ນີ້”.

ເພື່ອນ ຄຳ​ມະ​ວົງ, ຢູ່​ນະ​ຄອນ​ຫຼວງ ວຽງ​ຈັນ ໄດ້​ສົ່ງ​ອີ​ເມວ​ມາ​ຫາ​ລາຍ​ການ​ໂດຍ​ແບ​່ງ​ປັນ​ວ່າ: ຂ້າ​ພະ​ເຈົ້າ​ໄດ້​ຊອກ​ຮູ້​ກ່ຽວ​ກັບ​ມູນ​ເຊື້ອ ແລະ ວັດ​ທະ​ນະ​ທຳ ຫວຽດ​ນາມ ແມ່ນ​ອຸ​ດົມ​ສົມ​ບູນ​ທີ່​ສຸດ. ໃນ​ນັ້ນ, ຜ່ານ​ບັນ​ດາ​ບົດ​ຂຽນ​ແນະ​ນຳ​ກ່ຽວ​ກັບ​ປະ​ເທດ ຫວຽດ​ນາມ, ຂ້າ​ພະ​ເຈົ້າ​ຄື​ດັ່ງ​ໄດ້​ຄົ້ນ​ຫາ​ຫຼາຍ​ແຫ່ງ​ທີ່ບໍ່​ທັນ​ເຄີຍໄປຢ້ຽມ​ຢາມ ແລະ ບັນ​ດາ​ສິ່ງ​ທີ່​ດຶງ​ດູດ​ໃຈຕື່ມອີກ. ໃນ​ນັ້ນ, ຂ້າ​ພະ​ເຈົ້າ​ມັກ​ທີ່​ສຸດ​ແມ່ນ​ລາຍ​ການ “ຄົ້ນ​ຫາ ຫວຽດ​ນາມ”.

ລາຍ​ການ​ພາກ​ພາ​ສາ​ລາວ ຂໍ​ຂອບ​ໃຈ​ບັນ​ດາ​ທ່ານ​ຜູ້​ຟັງ​ທີ່​ໄດ້​ໂທ​ລະ​ສັບ, ສົ່ງ​ຈົດ​ໝາຍ, ອີ​ເມວ​ມາ​ຫາ​ລາຍ​ການ​ໃນ​ຕະ​ຫຼອດ​ໄລ​ຍະ​ຜ່ານ​ມາ. ຫວັງ​ວ່າ, ໃນ​ໄລ​ຍະ​ຈະ​ມາ​ເຖິງ, ພວກ​ຂ້າ​ພະ​ເຈົ້າ​ຈະ​ສືບ​ຕໍ່​ໄດ້​ຮັບ​ຄຳ​ເຫັນ​ປະ​ກອບ, ການ​ແບ່ງ​ປັນ​ຂອງ​ທ່ານ​ຜູ້​ຟັງ​ທຸກ​ໆ​ທ່ານ​​ຫຼາຍກວ່າ ເພື່ອ​ແນ​ໃສ່​ປະ​ກອບ​ສ່ວນ​ຊ່ວຍ​ໃຫ້​ລາຍ​ການ​ນັບ​ມື້​ນັບ​​ອຸ​ດົມ​ສົມ​ບູນກວ່າ​ເກົ່າ.

ເພື່ອນ ຄຳ​ປະ​ສົງ, ຢູ່​ນະ​ຄອນ​ຫຼວງ ວຽງ​ຈັນ ໄດ້​ສົ່ງ​ອີ​ເມວ​ມາ​ຫາ​ລາຍ​ການ​ດ້ວຍ​ເນື້ອ​ໃນ​ທີ່​ວ່າ: “ຢູ່ ຫວຽດ​ນາມ ມີ​ຄົນ​ໃຊ້​ລົດ​ຈັກ​ໄຟ​ຟ້າຫຼາຍບໍ່? ການ​ໃຊ້​ລົດ​ໄຟ​ຟ້າມີຄວາມ​ສະ​ດວກບໍ່?”

ເພື່ອນ ຄຳ​ປະ​ສົງ ທີ່​ຮັກ​ແພງ, ຕາມ​ຕົວ​ເລກ​ປະ​ກາດ​ໃນ​ວັນ​ທີ 10 ເມ​ສາ ຈາກ​ສະ​ຫະ​ສະ​ມາ​ຄົມ​ບັນ​ດາ​ຜູ້ຜະ​ລິດ​ລົດ​ຈັກ ຫວຽດ​ນາມ (VAMM) ແລ້ວ, ຈຳ​ນວນ​ລົດ​ຈັກ​ໄຟ​ຟ້າ​ທັງ​ໝົດ​ທີ່​ໄດ້​ຂາຍໃນ​ໄຕ​ມາດ​ທີ 1 ປີ 2026 ບັນ​ລຸກວ່າ 729.000 ຄັນ, ເພີ່ມ​ຂຶ້ນ 8,3% ເມື່ອ​ທຽບ​ໃສ່​ປີ 2025. ລະ​ອຽດ​ແມ່ນ, ນັບ​ແຕ່​ຕົ້ນ​ເດືອນ ກຸມ​ພາ ມາ​ຮອດ​ປະ​ຈຸ​ບັນ, ການ​ສຳ​ຫຼວດ​ຢູ່​ຫຼາຍ​ຮ້ານ​ຂາຍ​ລົດ​ຈັກ​ໄຟ​ຟ້າ​ຢູ່ຮ່າ​ໂນ້ຍ ຊີ້​ໃຫ້​ເຫັນ​ວ່າ ຈຳ​ນວນ​ລູກ​ຄ້າ​ມາ​ຊື້​ແມ່ນ​ເພີ່ມ​ຂຶ້ນ​ຢ່າງ​ແຮງ, ມີ​ບາງ​ຈຸດ​ເວ​ລາ​ເພີ່ມ​ຂຶ້ນ​​ຫຼາຍ​ເທົ່າ​ເມື່ອ​ທຽບ​ໃສ່​ກ່ອນນີ້. ໃນ​ນັ້ນ, ​ຜູ້​ຂັບ​ລົດ​ໄດ້​ເລືອກ​ເອົາບັນ​ດາ​ລົດ​ໄຟ​ຟ້າແບບ​ປ່ຽນ​ຖ່ານ ​(ແບັດ​ເຕີ​ຣີ) ຍ້ອນບໍ່​ຕ້ອງ​ລໍ​ຖ້າ​ສາກ​ແບັດ​ເຕີ​ຣີ​ໃນ​ເວ​ລາ​ຫຼາຍ​ຊົ່ວ​ໂມງ​ອີກ, ແທນ​ທີ່ນັ້ນແມ່ນໃຊ້ເວລາ​ພຽງ​ແຕ່​​ປະ​ມານ 2 – 3 ນາ​ທີ​ເມື່ອ​ປ່ຽນ​ຖ່ານ​ແຕ່​ລະ​ເທື່ອ.

ຕາມ​ຕົວ​ເລກ​ອັບ​ເດດ​ຮອດ​ຕົ້ນ​ປີ 2026, ຫວຽດ​ນາມ ໄດ້​ກາຍ​ເປັນ​ຕະ​ຫຼາດ​ລົດ​​ຈັກໄຟ​ຟ້າ​ໃຫຍ່​ທີ່ 3 ໃນ​ໂລກ, ຖັດ​ຈາກ ຈີນ ແລະ ອິນ​ເດຍ. ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ບາດ​ກ້າ​ວ​ທີ່​ໜ້າ​ສົນ​ໃຈ, ເປັນ​ການສ່ອງ​ແສງ​ໃຫ້​ເຫັນ​ຄວາມ​ຕ້ອງ​ການ​ທີ່​ນັບ​ມື້​ນັບ​ສູງ​ຂອງ​ພາ​ຫະ​ນະ​ສີ​ຂຽວ. ຕາມ​ການ​ຄາດ​ຄະ​ເນ​ຂອງ​ບັນ​ດາ​ນັກ​ຊ່ຽວ​ຊານ​ແລ້ວ, ຈຳ​ນວນ​ລົດ​ໄຟ​ຟ້າ​ທີ່​ໄດ້​ຂາຍ​ໃນ​ປີນີ້​ອາດ​ຈະ​ບັນ​ລຸ​ແຕ່ 1,2 – 1,3 ລ້ານ​ຄັ​ນ, ທຽບເທົ່າ​ກັບ​ລະ​ດັບ​ເຕີບ​ໂຕຂຶ້​ນ​ເຖິງ 150% ເມື່ອ​ທຽບ​ໃສ່​ປີ 2025.

ເພື່ອນ ເພັດ​ມະ​ລີ, ຄົນ ລາວ ໄດ້​ສົ່ງ​ຂໍ​້ຄວາມ​ຜ່ານ​ສື່​ສັງ​ຄົມ Facebook ມາ​ຫາ​ລາຍ​ການ​ຖາມ​ວ່າ: ຂ້າ​ພະ​ເຈົ້າ​ຢາກ​ຮູ້​ວ່າ ຂົວ​ຂ້າມ​ທະ​ເລ​ໃດ​ຍາວ​ທີ່​ສຸດ​ຢູ່ ຫວຽດ​ນາມ ໃນ​ປະ​ຈຸ​ບັນ​?

ເພື່ອນ ເພັດ​ມະ​ລີ ທີ່​ຮັ​ກ​ແພງ, ຂົ​ວ​ຂ້າມ​ທະ​ເລ ດິ່ງວູ - ກາດ​ຫາຍ (ຫຼື​ຍັງ​ເອີ້ນ​ວ່າ​ຂົວ​ຂ້າມ​ທະ​ເລ ເຕິນ​ວູ - ແລ​ັກ​ຮ​ວ້ຽນ, ນະ​ຄອນ ຫາຍ​ຟ່ອງ) ແມ່​ນ​ຂົວ​ຂ້າມ​ທະ​ເລ​ຍາວ​ທີ່​ສຸດ​ຢູ່ ຫວຽດ​ນາມ (ຂົວຂ້າມ​ທະ​ເລ​ຍາວ​ທີ 2 ຢູ່ ອາ​ຊີ​ຕາ​ເວັນ​ອອກ​ສ່​ຽງ​ໃຕ້ ​ຖັດ​ຈາກ​​ຂົວ Sultan Haji Omar Ali Saifuddien, ຢູ່ ບ​ຣູ​ໄນ). ຂົວ​ຂ້າມ​ທະ​ເລ​ມີ​ລວງກວ້າງ 16 ມ, ດ້ວຍ 4 ເລນ ແລະ ໄດ້​ອອກ​ແບບ​ແລ່ນ​ໃນ​ຄວາມ​ໄວ 80 ກມ/ຊົ່ວ​ໂມງ. ຂົວ​ແຫ່ງນີ້​ຍາວ 5,44 ກມ ນອນໃນ​ໂຄງ​ການ​ເສັ້​ນ​ທາງ​ລົດ​ໂອ​ໂຕ ເຕິ​ນ​ວູ - ແລັ​ກ​ຮ​ວ້ຽນ ດ້ວຍ​ຄວາມ​ຍາວທັງ​ໝົດ 15,63 ກມ.

ຂົວ​ແຫ່ງນີ້​ເລີ່ມ​​ລົງ​ມືກໍ່​ສ້າງ​ໃນ​ວັນ​ທີ 15 ກຸ​ມ​ພາ 2014 ແລະ ເປີດ​ນຳ​ໃຊ້​ໃນ​ວັນ​ທີ 02 ກັນ​ຍາ 2017. ນີ້​ແມ່ນ​ກິດ​ຈະ​ກຳ​ຂົວ, ເສັ້ນ​ທາງ​ຂ້າມ​ທະ​ເລ​ຍາວ​ທີ່​ສຸດ​ຂອງ ຫວຽດ​ນາມ ໃນ​ປະ​ຈຸ​ບັນ, ມີ​ເຕັກ​ໂນ​ໂລ​ຊີ​ທີ່​ສັບ​ສົນ, ມີ​ເຕັກ​ນິກ​ສູງ, ແມ່ນ​ໂຄງ​ການ​ທຳ​ອິດທີ່​ໄດ້​ລົງ​ທຶນ​ຕາມ​ຮູບ​ແບບຮ່ວມມື​ພາກ​ລັດ - ເອ​ກະ​ຊົນ (PPP) ລະ​ຫວ່າງ ຫວຽດ​ນາມ - ຍີ່​ປຸ່ນ.