ວັນທີ 06 ສິງຫາ, ຢູ່ ຮ່າໂນ້ຍ, ກົມທ່ອງທ່ຽວແຫ່ງຊາດ ຫວຽດນາມ ແລະ ບໍລິສັດ VFS Global (ບໍລິສັດເປັນກາງໄດ້ຮັບມອບສິດຈາກລັດຖະບານຫຼາຍປະເທດ, ສະໜອງການບໍລິການຮັບເອົາ, ແກ້ໄຂສຳເນົາວີຊາ) ປະກາດບົດບັນທຶກຊ່ວຍຈຳການຮ່ວມມືກ່ຽວກັບການສົ່ງເສີມ, ໂຄສະນາການທ່ອງທ່ຽວ ຫວຽດນາມ ບົນເວທີສາກົນ.
ຕາມບົດບັນທຶກຊ່ວຍຈຳແລ້ວ, 2 ຝ່າຍຈະສົມທົບກັນຄົ້ນຄວ້າທ່າອ່ຽງຂອງຕະຫຼາດ, ຈັດບັນດາລາຍການໂຄສະນາການທ່ອງທ່ຽວຂອງ ຫວຽດນາມ ຢູ່ຕ່າງປະເທດ, ເຊື່ອມຕໍ່ວິສາຫະກິດທ່ອງທ່ຽວ, ບໍລິສັດການບິນ...; ພ້ອມທັງ, ຍົກສູງປະສິດທິຜົນການໂຄສະນາການທ່ອງທ່ຽວໃນສະພາບຫັນເປັນດີຈີຕອນ. ທ່ານ ຫງວຽນຈູງແຄ໊ງ, ຫົວໜ້າກົມທ່ອງທ່ຽວແຫ່ງຊາດ ຫວຽດນາມ, ເນັ້ນໜັກວ່າ:
“ການຮ່ວມມືນີ້ຈະເປີດໂອກາດເພື່ອໃຫ້ VFS Global ເຂົ້າເຖິງກັບຕະຫຼາດ ຫວຽດນາມ ຢ່າງເລິກເຊິ່ງກວ່າ, ຜ່ານນັ້ນ, ເປີດກວ້າງການເຊື່ອມຕໍ່ກັບລະບົບຊີວະພາບທ່ອງທ່ຽວ, ການບິນ, ສື່ມວນຊົນ ແລະ ວິສາຫະກິດຢູ່ ຫວຽດນາມ, ພ້ອມກັນນັ້ນ ຈະພ້ອມກັບພວກຂ້າພະເຈົ້າຄົ້ນຄວ້າບັນດາຂໍ້ລິເລີມການຮ່ວມມືໃຫ້ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດ. ກົມທ່ອງທ່ຽວແຫ່ງຊາດ ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືກັບ VFS Global ແລະ ບັນດາຄູ່ຮ່ວມມືທີ່ກ່ຽວຂ້ອງຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍຄຳໝັ້ນສັນຍາຮ່ວມມືໃຫ້ເຂົ້າສູ່ພຶດຕິກຳຕົວຈິງ”.
ໂດຍແມ່ນວິສາຫະກິດພວມຮ່ວມມືກັບ 71 ລັດຖະບານ, ດ້ວຍ 4.200 ສູນທີ່ພວມເຄື່ອນໄຫວຢູ່ 169 ປະເທດ ແລະ ເຂດແຄວ້ນ, VFS Global ຈະຮ່ວມເດີນທາງພ້ອມກັບຂະແໜງທ່ອງທ່ຽວ ຫວຽດນາມ ໃນການເຊື່ອມຕໍ່ຕະຫຼາດ ແລະ ໂຄສະນາສະຖານທີ່ທ່ອງທ່ຽວ.








