(ພາບ: TTXVN)
ຕອນບ່າຍວັນທີ 25 ສິງຫາ, ຢູ່ ຮ່າໂນ້ຍ, ສະຫະພັນຄົມບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ແລະ ສະພາປະຊາຊົນໂລກ ໄດ້ເປັນປະທານຮ່ວມຈັດວາລະໄຂເຫດການ “ຊຸມວັນສະພາປະຊາຊົນໂລກ ຢູ່ ຫວຽດນາມ” ດ້ວຍຫົວຂໍ້ “ຕິດພັນມວນມະນຸດນຳກັນເພື່ອບັນດາຄຸນຄ່າລວມ, ມຸ່ງໄປເຖິງອະນາຄົດທີ່ດີງາມກວ່າ”. ນີ້ເປັນຄັ້ງທຳອິດທີ່ເຫດການ “ຊຸມວັນສະພາປະຊາຊົນໂລກ” ໄດ້ຈັດຂຶ້ນຢູ່ ຫວຽດນາມ.
ກ່າວຄຳເຫັນທີ່ພິທີໄຂ, ທ່ານ ຟານແອັງເຊີນ, ປະທານສະມາຄົມບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ເນັ້ນໜັກວ່າ “ຊຸມວັນສະພາປະຊາຊົນໂລກ” ບໍ່ພຽງແຕ່ແມ່ນການເຄື່ອນໄຫວພົບປະແລກປ່ຽນມິດຕະພາບເທົ່ານັ້ນ, ຫາກຍັງແມ່ນກົນໄກສົນທະນາ, ເຊື່ອມຕໍ່ ແລະ ຮ່ວມມືເປັນປະຈຳ, ແທດຈິງ ແລະ ມີປະສິດທິຜົນອີກດ້ວຍ; ບັນດາແນວຄິດໄດ້ແບ່ງປັນ, ຄູ່ຮ່ວມມືໄດ້ເຊື່ອມຕໍ່ ແລະ ບັນດາຂໍ້ລິເລີ່ມໄດ້ຫັນເປັນລາຍການ,ໂຄງການຮ່ວມມືລະອຽດ. ພ້ອມກັນນັ້ນ, ກໍ່ສະເໜີໃຫ້ສະພາປະຊາຊົນໂລກ ແລະ ບັນດາອົງການຈັດຕັ້ງສະມາຊິກໃນເຄືອຂ່າຍກວ່າ 60 ປະເທດ ເສີມຂະຫຍາຍແຫຼ່ງກຳລັງ, ເປີດກວ້າງການຮ່ວມມືກັບ ຫວຽດນາມ ໃນຂົງເຂດບຸລິມະສິດຈຳນວນໜຶ່ງ, ສ້າງໂຄງການລວມເພື່ອສ້າງຄຸນຄ່າຢ່າງຍາວນານ.








