ວັນ​ທີ 25 ສິງ​ຫາ, ກາ​ນາດາ ​ແຈ້ງ​ໃຫ້​ຊາບ​ວ່າ​ ໄດ້ຈັດ​ວາງ​ພ​າ​ສີ​​ສຳ​ລັບ​ສິນ​ຄ້າ​ນຳ​ເຂົ້າ​ຈາກ ອາ​ເມລິ​ກາ ທີ່​ມີ​ມູນ​ຄ່າ​ປະ​ມານ 20 ຕື້ USD, ເພື່ອ​ໂຕ້​ຕອບ​ບັນ​ດາ​ອັດ​ຕາ​ພາ​ສີ​ສົມທົບ​ເຊິ່ງ​ອຳ​ນາດ​ການ​ປົກ​ຄອງຂອງ ​ທ່ານ Donald Trump ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ​ຫາກໍ່​ຈັດ​ວາງ​ສຳ​ລັບ​ສິນ​ຄ້າ​ຂອງ ກາ​ນາ​ດາ ທີ່ຜ່ານ​ມາ.

ຕາມ​ລັດ​ຖະ​ບານ​ ກາ​ນາ​ດາ ແລ​້ວ, ບັນ​ດາ​ອັດ​ຕາ​ພາ​ສີ​ໃໝ່ 15%, 25% ແລະ 50% ຈະມີ​ຜົນ​ສັກ​ສິດ​ແຕ່​ວັນ​ທີ 08 ກັນ​ຍາ, ຈັດ​ວາງ​ຕໍ່​ສິນ​ຄ້າ​ຂອງ ອາ​ເມ​ລິ​ກາ ປະ​ມານ 700 ປະ​ເພດ. ໃນ​ນັ້ນ, ອັດ​ຕາ​ພາ​ສີສູງ​ສຸດ 50% ໄດ້​ຈັດ​ວາງ​ສຳ​ລັບ​ບັນ​ດາ​ຜະ​ລິດ​ຕະ​ພັນ​ຈ​າກ​ເກຼັກ​ກ້າ, ອາ​ລູ​ມີ​ນຽມ, ເຄື່ອງ​ຕົບ​ແຕ່ງ​ພາຍ​ໃນ ແລະ ເຄື່ອງນຸ່ງ.

ການ​ກະ​ທຳ​ດັ່ງ​ກ່າວ​ໄດ້​ຍົກ​ອອກ​ມາ​ພາຍ​ຫຼັງ​ທີ່​ອັດ​ຕາ​ພາ​ສີ 50% ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump ຈັດ​ວາງ​ຕໍ່​ສ​ິນ​ຄ້າ​ຂອງ ກາ​ນາ​ດາ ທີ່​ມີ​ມູນ​ຄ່າ​ປະ​ມານ 20 ຕື້ USD ທີ່ມີ​ຜົນ​ສັກ​ສິດ​ໃນ​ທ້າຍ​ອາ​ທິດ​ຜ່ານ​ມາ, ພາຍ​ຫຼັງ​ການ​ເຈ​ລະ​ຈາ​ດ້ານ​ການ​ຄ້າ​ລະ​ຫວ່າງ 2 ປະ​ເທດທີ່​ຖືກ​ແຕກ​ແຫງ.