ຕອນບ່າຍວັນທີ 26 ສິງຫາ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ, ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານວາລະປະຊຸມຫົວເລື່ອງສະເພາະກ່ຽວກັບການສ້າງກົດໝາຍເດືອນ ສິງຫາ 2026 (ວາລະປະຊຸມທີ 2) ເພື່ອປະກອບຄຳເຫັນໃສ່ຮ່າງກົດໝາຍ 11 ສະບັບທີ່ຈະຍື່ນສະເໜີຕໍ່ສະພາແຫ່ງຊາດທີ່ກອງປະຊຸມເທື່ອທີ 2, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 16.
ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີຊີ້ນຳກວດກາຄືນລັກສະນະຖືກຕາມລັດຖະທຳມະນູນ, ຖືກຕາມກົດໝາຍ, ຄົບຊຸດ ແລະ ຄວາມເປັນໄປຂອງລະບົບກົດໝາຍຢ່າງລະອຽດ; ບໍ່ນຳບັນດານະໂຍບາຍທີ່ຍັງບໍ່ທັນໄດ້ຮັບການຕີລາຄາຢ່າງຄົບຖ້ວນ ຫຼື ບໍ່ຮັບໃຊ້ເປົ້າໝາຍປັບປຸງເຂົ້າໃນຮ່າງກົດໝາຍ. ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການຕ້ອງກະກຽມວຽກງານສ້າງກົດໝາຍແຕ່ໄວ, ແຕ່ໄກ, ພ້ອມກັນນັ້ນ, ຮ່າງກົດໝາຍສະບັບຕ່າງໆຕ້ອງກຳນົດກ່ຽວກັບປະສິດທິຜົນການປະຕິບັດ ແລະ ມາດຕາເຊື່ອມຕໍ່ຢ່າງແໜ້ນແຟ້ນ.
“ພວກເຮົາຕ້ອງເຮັດແຈ້ງເນື້ອໃນຂອງກົດໝາຍ, ຂໍ້ກຳນົດນັ້ນດັດປັບຂອບຂະໜາດຮອດໃສ, ສິດອຳນາດຄືແນວໃດ. ຄົ້ນຄວ້າຢ່າງລະອຽດ, ລຸລ່ວງໃນວິວັດການ, ກຳແໜ້ນສະພາບການ, ຄຳເຫັນຂອງບັນດານັກຊ່ຽວຊານ, ຕີລາຄາຜົນກະທົບເພື່ອສະເໜີເນື້ອໃນທີ່ກ່ຽວຂ້ອງຕໍ່ລັດຖະບານ, ກັບບັນດາອົງການເປັນປະທານ”.
ທ່ານນາຍົກລັດຖະມົນຕີກໍ່ຮຽກຮ້ອງການຄວບຄຸມສິດອຳນາດຢ່າງເຄັ່ງຂັດ, ປ້ອງກັນ, ຕ້ານສິ່ງຫຍໍ້ທໍ້ໃນການສ້າງກົດໝາຍ.





