ວັນ​ທີ 25 ສິງ​ຫາ, ລັດ​ຖະ​ບານ ແອັດ​ສະ​ປາຍ ໄດ້​ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ແນ​ໃສ່​ຍູ້​ໄວ​ເລື່ອງ​ສົ່ງ​ຊາວ​ອົບ​ພະ​ຍົບ​ນັບ​ພັນ​ຄົນທີ່​ຍັງ​ຢູ່​ຜືນ​ແຜ່ນ​ດິນ​ Ceuta ຢູ່ ອາ​ຟະ​ລິ​ກາ​ເໜືອ ກ​ັບ​ເມືອ ມາ​ຣົກ, ໃນ​ສະ​ພາບ​ການ​ກະ​ແສ​ອົບ​ພະ​ຍົບ​ໃນ​ທ້າຍ​ເດືອນ ກໍ​ລະ​ກົດ ພວມສືບຕໍ່​ສ້າງ​ຄວາມ​ກົດ​ດັນ​ໃຫ້​ແກ່​ການ​ຄຸ້ມ​ຄອງ, ຄວາມ​ໝັ້ນ​ຄົງ ແລະ ສັງ​ຄົ​ມ.

ມີ​ຜູ້​ອົບ​ພະ​ຍົບ​ເກືອບ 80.000 ຄົນ​ຈ​າກ ມາ​ຣ​ົກ ໄດ້​ເຂົ້າ​ເມືອງ Ceuta ໃນ​ຊຸມມື້​ທ້າຍ​ເດືອນ ກໍ​ລະ​ກົດ ດ້ວຍ​ວິ​ທີ​ລອຍ​ນ້ຳຂ້າມ​ທະ​ເລ ຫຼື ຍ່າງ​ຂ້າມ​ຊາຍ​ແດນ. ຜູ້​ອົບ​ພະ​ຍົບ​ສ່ວນ​ຫຼາຍ​ໄດ້​ກັບ​ເມືອ ມາ​ຣົກ, ແຕ່​ມີ​ປະ​ມານ 3.500 – 7.000 ຄົນ​ຍັງ​ຢູ່ Ceuta, ໃນ​ນັ້ນ​ມີ​ຫຼາຍ​ຄົນ​ໃນ​ເກນ​ອາ​ຍຸບໍ່ທັນບັນລຸນິຕິພາວະທີ່ບໍ່​ມີ​ຜູ້​ໃຫຍ່ໄປ​ນຳ ແລະ ບໍ່​ສາ​ມາດ​ກັບ​ເມືອ​ບ້ານ​ເກີດ​ເມືອງນອນ​ໃນ​ທັນ​ທີ.

ເພື່ອ​ແກ້​ໄຂ​ບັນ​ຫາ​ດັ່ງ​ກ່າວ, ລັດ​ຖະ​ບານ ແອັດ​ສະ​ປາຍ ຕົກ​ລົງ​ສ້າງ “ກອງບັນ​ຊາ​ການ​ເອ​ກະ​ພາບ” ຢູ່ Ceuta, ໂດຍ​ທ່ານ Angel Victor Torres, ລັດ​ຖະ​ມົນ​ຕີ​ກະ​ຊວງ​ນະ​ໂຍ​ບາຍ​ຜືນ​ແຜ່ນ​ດິນ ເປັນຜູ້ບໍ​ລິ​ຫານ. ທ່ານ Angel Victor Torres, ໃຫ້​ຮູ້​ວ່າ ບຸ​ລິ​ມະ​ສິດ​ແມ່ນ​ສົ່ງ​ຜູ້​ໃຫຍ່ ແລະ ຜູ້ທີ່ຍັງບໍ່ທັນບັນລຸນິຕິພາວະ ​ກັບ​ເມືອ​ປະ​ເທດໃຫ້​ຫຼາຍ​ທີ່​ສຸດ​ເທົ່າ​ທີ່​ຈະເຮັດໄດ້. ລັດ​ຖະ​ບານກໍ່​ສືບ​ຕໍ່​ໜູນ​ຊ່ວຍ​ມະ​ນຸດ​ສະ​ທຳ​ສຳ​ລັບ​ຜູ້​ຂໍ​ລີ້​ໄພ ແລະ ຜູ້ທີ່ຍັງບໍ່ທັນບັນລຸນິຕິພາວະທີ່ບໍ່​ມີ​ຜູ້​ໃຫຍ່ໄປ​ນຳ.