ຕອນ​ເຊົ້າ​ວັນ​ທີ 26 ສິງ​ຫາ, ຢູ່ ຮ່າ​ໂນ້ຍ , ພະ​ແນກ​ກະ​ຈ​າຍ​ສຽງ​ບັນ​ດາ​ລາຍ​ການ​ພາກ​ພາ​ສາ​ຕ່າງ​ປະ​ເທດ, ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ (VOV5) ໄດ້​ຈັດ​ການ​ພົບ​ປະ​ກັບ​ພະ​ນັກ​ງານ, ນັກ​ຂ່າວ, ບັນ​ນາ​ທິ​ການ​ລຸ້ນ​ຕ່າງໆ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 81 ປີ​ແຫ່ງວັນ​ອອກ​ອາ​ກາດ​ລາຍ​ການ​ກະ​ຈາຍ​ສຽງ​ພະ​ແນກ​ກະ​ຈາຍ​ສຽງ​​ລາຍ​ການພາກ​ພາ​ສາ​ຕ່າງ​ປະ​ເທດ​ຄັ້ງ​ທຳ​ອິດ (07 ກັນ​ຍາ 1945 – 07 ກັນ​ຍາ 2026).

ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ​ນາງ ຟໍ​ເກິມ​ຮ​ວາ, ຫົວ​ໜ້າ​ພະ​ແນກ VOV5 ໄດ້​ແບ່ງ​ປັນ​ກ່ຽວ​ກັບ​ໝາກ​ຜົນ​ເຊິ່ງ​ພະ​ແນກ​ບັນ​ລຸ​ໄດ້​ໃນ​ປີ​ຜ່ານ​ມາ, ໃນ​ນັ້ນ​ມີ​ການ​ຮັບ​ບັນ​ດາ​ລາງວັນ​ໃຫຍ່​ດ້ານ​ວິ​ຊາ​ສະ​ເພາະ​ທັງ​ຢູ່​ພາຍ​ໃນປະ​ເທດ ແລະ ​ສາ​ກົນ. ​ເພື່ອ​ຮັບ​ມື​ກັບ​ທ່າ​ອ່ຽງ​ໃໝ່, VOV ໄດ້​ສ້າງ​ຊ່ອງ Podcast (ພາ​ສາ ຫວຽດນາມ, ອັງ​ກິດ, ຝ​ລັ່ງ, ຈີນ). ນັບ​ແຕ່​ວັນ​ທີ 01 ກັນ​ຍາ, ທາງ​ພະ​ແນກກໍ່​ຈະ​ເປີດ​ຊ່ອງ Podcast ຕື່ມ​ອີກ 9 ພາ​ສາ (ຍີ່​ປຸ່ນ, ສ.ເກົ​າ​ຫຼີ, ໄທ, ກຳ​ປູ​ເຈຍ, ລາວ, ອິນ​ໂດ​ເນ​ເຊຍ, ລັດ​ເຊຍ, ເຢຍ​ລະ​ມັນ, ແອັດ​ສະ​ປາຍ) ຕື່ມ​ອີກ.

“ໃນ​ວິ​ວັດ​ການ​ຫັນ​ເປັນ​ດ​ີ​ຈີ​ຕອນ, ນັກ​ຂ່າວ, ບັນ​ນາ​ທິ​ການ​ພະ​ແນກ​​ກະ​ຈາຍ​ສຽງ​ບັນ​ດາ​ລາຍ​ການພາກ​ພາ​ສາ​ຕ່າງ​ປະ​ເທດ ໄດ້​ເປັນ​ເຈົ້າ​ການ, ຂະ​ຫຍັນ​ຂັນ​ເຄື່ອນ​ຮັກ​ສາ​ການ​ກະ​ຈາຍ​ສຽງ, ແຕ່​ຍັງ​ຮັກ​ສາ​ສື່​ເອ​ເລັກ​ໂຕ​ນິກໄວ້​ຢ່າງ​ໝັ້ນ​ຄົງ ແລະ ເພີ່ມ​ສ່ວນວຽກ​ງານ​ໃນ​ພື້ນ​ຖານ​ດີ​ຈີ​ຕ​ອນ. ເພື່ອ​ເຮັດ​ໄດ້​ສິ່ງ​ດັ່ງ​ກ່າວ​ແມ​່ນ​ຕ້ອງ​ມີຄວາມ​ສາ​ມັກ​ຄີ, ຮ່ວມ​ແຮງ​ຮ່ວມ​ໃຈ​ ບໍ່​ພຽງ​ແຕ່​​ຊຸມລຸ້ນ​ປະ​ຈຸ​ບັນ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ການ​ສະ​ໜັບ​ສະ​ໜູນ​ເຖິງວ່າ​​ຈະໂດຍ​ກົງ ຫຼື ທາ​ງ​ອ້ອມ​ຂອງ​ນັກ​ຂ່າວ, ບັນ​ນາ​ທິ​ການ​ສະ​ໄໝ​ຕ່າງໆ​ອີກ​ດ້ວຍ”.

ບັນ​ດາ​ນ້ຳ​ໃຈ, ການ​ອຸ​ທິດ​ສ່ວນ, ເລື່ອງ​ລາວ​ຂອງ​ລຸ້ນ​ໄປ​ກ່ອນ​ຈະ​ເປັນ​ການ​ຕໍ່​ກຳ​ລັງ​ແຮງ​ໃຫ້​ແກ່​ຖ​ັນ​ແຖວ​ນັກ​ຂ່າວ, ບັນ​ນາ​ທິ​ການ​ໃນ​ປະ​ຈຸ​ບັນ​ກ້າວ​ຂຶ້ນ​ຢ່າງ​ໝັ້ນ​ຄົງ, ປ່ຽນ​ແປງ​ໃໝ່​ຢ່າງບໍ່​ຢຸດຢັ້ງ, ຍົກ​ສູງ​ການ​ສື່​ສານ​ຕ່າງ​ປະ​ເທດ​ຂອງ​ປະ​ເທດ​ຊາດ​ໃນ​ຍຸກ​ສະ​ໄໝ​ໃໝ່.