(ພາບ: Kim Dung/VOV-TPHCM)
ຊາວໜຸ່ມເຊິ່ງເປັນຊາວ ຫວຽດນາມອາໄສຢູ່ຕ່າງປະເທດ ຈາກຫຼາຍປະເທດ ໄດ້ໄປຍັງສວນສາທາລະນະ ເລທິຣຽງ ຈູູດທູບໄຕ້ທຽນ, ໄຫວ້ອາໄລບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດ, ຮັບຟັງກ່ຽວກັບຂັ້ນຕອນການທ້ອນໂຮມອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ ແລະ ວິວັດການຂອງບັ້ນຮົບ 500 ວັນ ແລະ ຄືນ.
ສຳລັບບັນດາເພື່ອນໜຸ່ມທີ່ພວມດຳລົງຊີວິດ, ຮຳ່ຮຽນຢູ່ຕ່າງປະເທດ, ການເຄື່ອນໄຫວນີ້ແມ່ນໂອກາດເພື່ອຊອກຮູ້ປະຫວັດສາດ ໂດຍກົງ, ຊອກຮູ້ກ່ຽວກັບມູນເຊື້ອຂອງບ້ານເກີດເມືອງນອນຜ່ານບັນດາເລື່ອງລາວ ແລະ ການເຄື່ອນໄຫວຕົວຈິງ. ນ້ອງ ດັ້ງຕູ໋ກວິ່ງ, ປະທານສະມາຄົມຊາວໜຸ່ມ, ນັກສຶກສາ ຫວຽດນາມ ຢູ່ ຍີ່ປຸ່ນ (VYSA), ໃຫ້ຮູ້ວ່າ:
“ນ້ອງສະແດງຄວາມຂອບໃຈຕໍ່ບັນດານັກຮົບທີ່ສຸດ ຍ້ອນວ່າໃນອາກາດຮ້ອນເອົ້າ, ບັນດານັກຮົບກໍ່ຍັງພະຍາຍາມເພື່ອປະຕິບັດສຳເລັດວຽກງານຊອກຫາອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ. ສຳລັບບັນດາເພື່ອນນັກຮຽນ, ນັກສຶກສາ ພວມຮຳ່ຮຽນ ແລະ ອາໄສຢູ່ຕ່າງປະເທດ, ຍາມໃດພວກນ້ອງກໍ່ອວ່າຍໜ້າເມື່ອຫາບ້ານເກີດເມືອງນອນ, ປະເທດຊາດ ແລະ ຮູ້ບຸນຄຸນຕໍ່ລຸ້ນພໍ່ລຸ້ນອ້າຍທີ່ສຸດ”.




