ຢູ່ເຂດດິນແດນ ຮ່ວາທິ້ງ ແຂວງ ດັກລັກ, ມີເຂດປ່າຊາຍເລນທີ່ຍັງຄົງຮັກສາຄວາມງາມແບບດັ້ງເດີມໄວ້ໄດ້, ດ້ວຍໜ້ານ້ຳຂຽວສະອາດ, ພ້ອມກັບດອກບົວ, ດອກບົວສາຍແຜ່ຂະຫຍາຍກວ້າງຢ້ຽດສຸດສາຍຕາ ແລະລະບົບຊີວະນາໆພັນທີ່ອຸດົມສົມບຸນ. ບໍ່ຄ່ອຍມີໃຜຈະຮູ້ໄດ້ວ່າ, ເບື້ອງຫຼັງຄວາມສະຫງົບງຽບນັ້ນ ແມ່ນບັນດາເລື່ອງລາວກ່ຽວກັບເຂດດິນທີ່ເຄີຍປົກປ້ອງປະຊາຊົນໃນສະໄໝສົງຄາມ ແລະລ້ຽງຊີບຫຼາຍລຸ້ນຄົນດ້ວຍຊັບພະຍາກອນທຳມະຊາດ. ເຊີນທ່ານພ້ອມກັບພວກຂ້າພະເຈົ້າຄົ້ນຫາປ່າຊາຍເລນ ເບົ່າດ໋າ ແລະ ຮັບຟັງເລື່ອງລາວກ່ຽວກັບສະຖານທີ່ທ່ອງທ່ຽວແຫ່ງໃໝ່ ເຊິ່ງປະຊາຊົນ ຮ່ວາທິ້ງພວມຮັກສາ, ຂຸດຄົ້ນ.
ບໍ່ມີສຽງເຄື່ອງຈັກ. ເຮືອລຳນ້ອຍພໍດີໃຫ້ສອງສາມຄົນນັ່ງ, ຄ່ອຍໆເດີນທາງອອກຈາກຝັ່ງ ດ້ວຍຈັ່ງຫວະພາຍເຮືອທີ່ສະໝ່ຳສະເໝີເພື່ອໄປຍັງປ່າຊາຍເລນ ເບົ່າດ໋າ.
ໜ້ານ້ຳເບົ່າດ໋າລຽບພຽງປຽບເໝືອນແວ່ນ.ນ້ຳໃສຈົນນັ່ງເທິງເຮືອສາມາດເບິ່ງເຫັນພືດໃຕ້ນ້ຳ. ທັງສອງຟາກຝັ່ງ, ດອນຫຍ້າ, ໂນນພືດ ແລະ ໂງ່ນຫີນຜຸດໆໂພ່ໆ. ຢູ່ທາງໄກແມ່ນດອກບົວ, ດອກບົວສາຍແຜ່ຂະຫຍາຍກວ້າງຢຽດເທິງໜ້ານ້ຳ. ຍິ່ງເດີນທາງເຂົ້າເລິກ, ນັກທ່ອງທ່ຽວຍິ່ງຮູ້ສຶກໄດ້ວ່າ ເບົ່າດ໋າບໍ່ພຽງແຕ່ມີດອກບົວ ແລະໜ້ານ້ຳເທົ່ານັ້ນ.
ປະຊາຊົນຢູ່ທີ່ນີ້ເລົ່າສູ່ຟັງວ່າ, ໃນເຂດດັ່ງກ່າວຍັງມີໂຕລີງ, ນົກ, ປາຫຼາຍຊະນິດ, ພ້ອມກັບຕົ້ນໄມ້ທີ່ເປັນເອກະລັກສະເພາະຂອງເຂດປ່າຊາຍເລນ. ການປະສົມປະສານລະຫວ່າງໜ້ານ້ຳ, ໄມ້ປ່າ ເລະເຂດພູສູງສ້າງເປັນລະບົບນິເວດທີ່ແຕກຕ່າງກັນ. ຊາວຮ່ວາທິ໋ງຜູ້ໜຶ່ງເວົ້າວ່າ:
“ຄວາມງາມຢູ່ ເດິ່ມດ໋າ ແມ່ນມີໂຕລີງ, ປາ, ນົກ, ຕົ້ນລຳພູ, ດອກບົວ…ຫຼາຍຊະນິດ. ທ່ອງທ່ຽວຢູ່ທີ່ນີ້ງາມຫຼາຍ. ໄລຍະເວລາງາມທີສຸດແມ່ນແຕ່ເດືອນ 12 ປີນີ້ ຫາເດືອນ 9, 10 ປີໜ້າ”.
ແຕ່ຢາກເຂົ້າໃຈກ່ຽວກັບ ເບົ່າດ໋າ, ແມ່ນຕ້ອງຍິນກັບຫູ ສິ່ງທີ່ປະຊາຊົນ ຜູ້ທີ່ໄດ້ດຳລົງຊີວິດຢູ່ທີ່ນີ້ແຕ່ຄາວຍັງນ້ອຍເລົ່າໃຫ້ຟັງ. ພໍ່ຕູ້ ດ່າວກິມທົງ “Đào Kim Thông” ອາຍຸ 70 ປີຢູ່ບ້ານ ໝີ້ດ່ຽນ “Mỹ Điền” ຍັງຄົງຈື່ຈຳແຕ່ລະທາງນ້ຳ, ພື້ນທີ່ໃນປ່າ. ສຳລັບທ່ານກໍ່ຄືບັນດາຜູ້ທີ່ມີອາຍຸສູງ, ເບົ່າດ໋າ ບໍ່ພຽງແຕ່ແມ່ນເຂດໜອງບຶງເທົ່ານັ້ນ, ຫາກຍັງແມ່ນຄວາມຊົງຈຳຊຸມເດືອນປີແຫ່ງສົງຄາມອີກດ້ວຍ. ປ່າຊາຍເລນ ດ້ວຍຕົ້ນໄມ້ຂຽວອຸ່ມທຸ່ມ, ພູ ແລະຖ້ຳຫີນຢູ່ອ້ອມຮອບເຄີຍເປັນແຫ່ງເພື່ອໃຫ້ປະຊາຊົນລີ້ໄພ.
ພໍ່ຕູ້ ດ່າວກິມທົງຢູ່ບ້ານ ມີ້ດ່ຽນ, ຕາແສງ ຮ່ວາທິ້ງ ຍັງຈື່ວ່າ:
“ໃນສະໄໝສົງຄາມ, ປະຊາຊົນຂີ່ເຮືອເຂົ້າມາ, ປຸກຕູບຢູ່ກ້ອງຮົ່ມກົກໄມ້ໃຫຍ່ເພື່ອລີ້ໄພ. ເມື່ອເຫັນເຮືອບິນກໍ່ຟ້າວເຂົ້າລີ້ໄພໃນພຸ່ມໄມ້. ນັບແຕ່ຂະບວນການລຸກຮຶ໊ຂຶ້ນ ແລ້ວຮອດປີ 1963, 1964 ຂ້າພະເຈົ້າ ໄດ້ເຂົ້າມາແຫ່ງນີ້ເພື່ອລີ້ໄພຢູ່ໃນຖ້ຳ”
ທັດສະນີຍະພາບ, ລະບົບນິເວດ, ປະຫວັດສາດ ແລະ ວັດຖຸສິ່ງຂອງ, ບັນດາປັດໃຈທີ່ຄິດວ່າຕ່າງຫາກນັ້ນ,ໄດ້ກາຍເປັນແຫຼ່ງຊັບພະຍາກອນເພື່ອໃຫ້ ຮ່ວາທິ້ງ ມຸ້ງໄປເຖິງການຫາເງິນລ້ຽງຊີບໃໝ່ນັ້ນແມ່ນ ການທ່ອງທ່ຽວຊຸມຊົນຕິດພັນກັບປ່າຊາຍເລນ.
ທ່ານ ເຟືອງວັນແລ່ງ , ເລຂາຄະນະພັກຕາແສງ ຮ່ວາທິ້ງ, ໃຫ້ຮູ້ວ່າ:
“ທາງທ້ອງຖີ່ນໄດ້ຈັດທົດລອງລາຍການທ່ອງທ່ຽວ ເບົ່າດ໋າ ແລ້ວ. ໃນຕໍ່ໜ້າຈະກໍ່ສ້າງແຜນຮ່າງພັດທະນາການທ່ອງທ່ຽວຊຸມຊົນຕາມທິດ ສ້າງຕັ້ງສະຫະກອນທ່ອງທ່ຽວຊຸມຊົນ. ປະຊາຊົນຢູ່ຕາແສງ ມີ້ດ່ຽນນີ້ຈະມີບາງຄົນເຂົ້າຮ່ວມການເຮັດທ່ອງທ່ຽວໂດຍກົງ. ເຂົາເຈົ້າຈະພາຍເຮືອພາແຂກທ່ອງທ່ຽວໄປທ່ຽວຊົມປ່າຊາຍເລນ ເບົ່າດ້າ, ແລະຈະເປັນຜູ້ນຳທ່ຽວເພື່ອແນະນຳທັດສະນີຍະພາບ, ກຳລັງບົ່ມຊ້ອນຂອງປ່າຊາຍເລນເບົ່າດ໋ານີ້. ທາງຕາແສງກໍ່ຈະຄົ້ນຄ້ວາກ່ຽວກັບການຝຶກອົບຮົມດ້ານວັດທະນະທຳການທ່ອງທ່ຽວໃຫ້ແກ່ປະຊາຊົນ; ປະກອບເຮືອລຳນ້ອຍ ແລະເສື້ອຊູຊີບເພື່ອໃຫ້ປະຊາຊົນເຂົ້າຮ່ວມການເຮັດທ່ອງທ່ຽວຊຸມຊົນ; ຄົ້ນຄ້ວາສ້າງບາງກິດຈະກຳບໍລິການຢູ່ໃນເຂດ ເພື່ອໃຫ້ແຂກທ່ອງທ່ຽວເມື່ອມາແຫ່ງນີ້ຈະໄດ້ສຳຜັດກັບການບໍລິການຕ່າງໆ, ຕອບສະໜອງຄວາມຮຽກຮ້ອງຕ້ອງການທີ່ຈຳເປັນຄື ການກິນດຶ່ມ, ການໄປມາ, … ”
ແນວຄວາມຄິດດັ່ງກ່າວໄດ້ຮັບສະໜັບສະໜູນຈາກປະຊາຊົນທີ່ດຳລົງຊີວິດຢູ່ສອງຝັ່ງ ເບົ່າດ໋າ
“ປະຊາຊົນຢູ່ທີ່ນີ້ແຕ່ລະຄອບຄົວໄດ້ປະກອບເຮືອນ້ອຍໜຶ່ງລຳເພື່ອພາຍເຮືອພາແຂກໄປທ່ອງທ່ຽວຕາມລາຍການທ່ອງທ່ຽວ ປ່າຊາຍເລນນັ້ນ…”
“ປະຈຸບັນພວກອາວໄດ້ປະກອບເຮືອນ້ອຍ, ເລີ່ມຕົ້ນເຮັດຕາມແບບ ຈ່າງອານ (ນິງບິ່ງ). ເຮົາເຂົ້າຮ່ວມການພາຍເຮືອພາແຂກໄປທ່ອງທ່ຽວ”.
ຖ້າມີການຈັດຕັ້ງຢ່າງຮຽບຮ້ອຍ, ປະຊາຊົນບ້ານ ມີ້ດ່ຽນ, ຕາແສງ ຮ່ວາທິ້ງ, ແຂວງ ດັກລັກ ບໍ່ພຽງແຕ່ເປັນຜູ້ດຳລົງຊີວິດຢູ່ແຄມປ່າເທົ່ານັ້ນ, ຫາກສາມາດກາຍເປັນຜູ້ພາຍເຮືອ, ເລົ່າບັນດາເລື່ອງລາວກ່ຽວກັບບ້ານເກີດເມືອງນອນຂອງຕົນອີກດ້ວຍ.
ຄາວນັ້ນ, ການເດີນທາງຂຸດຄົ້ນ ເບົ່າດ໋າ ບໍ່ພຽງແຕ່ພາແຂກເຂົ້າເຂດປ່າຊາຍເລນທີ່ມີຄວາມງາມແບບດັ້ງເດີມເທົ່ານັ້ນ, ຫາກຍັງຊ່ວຍໃຫ້ແຂກທ່ອງທ່ຽວເຂົ້າໃຈໄດ້ວ່າເປັນຫຍັງເຂດດິນແຫ່ງນີ້ໄດ້ຕິດພັນກັບປະຊາຊົນ ຮ່ວາທິ້ງ ໃນສະໄໝສົງຄາມ, ສັນຕິພາບ ແລະໃນການຫາເງິນລ້ຽງຊີບໃນປະຈຸບັນ.
ນັ້ນແມ່ນວິທີດີທີສຸດເພື່ອຂຸດຄົ້ນສະຖານທີ່ທ່ອງທ່ຽວແຫ່ງໃໝ່, ເພື່ອໃຫ້ປະຊາຊົນຫາເງິນລ້ຽງຊີບໄດ້ຈາກທຳມະຊາດ, ຈາກນັ້ນເຂົາເຈົ້າຈະມີສະຕິປົກປັກຮັກສາທຳມະຊາດເພື່ອໃຫ້ລຸ້ນຄົນໃນພາຍພາກໜ້າ./.








.jpg)