ນັບ​ແຕ່​ດົນນານ​ມາແລ້ວ, ແຂ່ງ​ງົວ​ໄດ້​ກາຍ​ເປັນ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ໃນ​ຊີ​ວິດ​ຂອງ​ຊາວ​ເຜົ່າ​ຂະ​ແມ​ເຂດ​ ໄບ​ນຸ໋ຍ, ແຂວງ​ ອານ​ຢາງ. ປີນີ້, ບຸນແຂ່ງ​ງົວ​ດຳ​ເນີນ​ໃນ​ກາງ​ເດືອນ​ກັນ​ຍາ. ງົວ​ແຂງ​ແຮງຫຼາຍ​ຄູ່ທີ່​ໄດ້​ຮັບ​ການຄັດ​ເລືອກເພື່ອກ້າວ​ເຂົ້າ​ສູ່​ສະ​ໜາມ​ແຂ່ງ, ນຳ​ມາ​ເຊິ່ງ​ຄວາມ​ເບິກ​ບານ​ມ່ວນ​ຊື່ນ ແລະ ຄວາມຫວັງ​ລະ​ດູ​ການ​ເກັບ​ກ່ຽວ​​ໄດ້​ຮັບ​ຜົນ​ດີ. ມື້ນີ້, ພວກ​ເຮົາ​ເຊື່ອມ​ຕົວ​​ເຂົ້າ​ກັບບັນ​ຍາ​ກາດ​ງານ​ບຸນ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​​ທິດຕາ​ເວັນ​ຕົກ​ພາກ​ໃຕ້​ຢູ່​ ຈົ່ວ​ໂຣ, ຕາ​ແສງ​ ອານ​ກື, ແຂວງ​ອານ​ຢາງ.

ໃນ​ເບື້ອງ​ຕົ້ນ​ງົວແລ່ນ​ຍັງ​ຊ້າ​ຢູ່, ແລ້ວ​ເລັ່ງ​ຄວາມ​ໄວ​ຢ່າງ​ກະ​ທັນ​ຫັນ. ງົວ​ສີ່​ໂຕພຸ່ງ​ໄປ​ທາງ​ໜ້າ, ນ້ຳ ແລະຂີ້ຕົມພົ້ງ​ຂຶ້ນ​ທາງຫຼັງ. ສຽງ​ຮ້ອງ​ໂຮ​ຈາກ​​ສອງຟາກ​ທາງສະ​ໜາມ​ແຂ່ງ​​ດັງ​ຂຶ້ນນັບ​ມື້​ນັບແຮງ. ນັ້ນ​ແມ່ນ​ບັນ​ຍາ​ກາດ​ທີ່ງານ​ບຸນ​ແຂ່ງ​ງົວ​ປະ​ເພ​ນີ ຈົ່ວ​ໂຣ, ຕາ​ແສງ​ ອານ​ກື, ແຂວງ ອານ​ຢາງ.

​ງົວ​ແຂງ​ແຮງຫຼາຍ​ຄູ່​ເຊິ່ງ​ເຈົ້າ​ຂອງ​ໄດ້ຄັດ​ເລືອກ, ເບິ່ງ​ແຍງ ແລະ ຝືກ​ແອບ​ມາແຕ່​ກ່ອນ. ງົວ​ຕ້ອງ​ທຳ​ຄວາມ​ຊິນ​ເຄີຍ​ກັບສະ​ໜາມແຂ່ງ​ທີ່​ເປັນ​ຂີ້​ຕົມ, ແລະ​ຮູ້​ຈັກ​ປະ​ສານ​​ກັນ​ເປັນ​ຄູ່. ຜູ້​ຄວບ​ຄຸມ​ກໍ່​ຕ້ອງ​ເຂົ້າ​ໃຈ​ນິດ​ໄສຂ​ອງ​ງົວ​ແຕ່​ລະ​ໂຕ​ ແລະ​ຮູ້​ຈັກ​ເວ​ລາ​ໃດ​ຕ້ອງຮັກ​ສາ​ແຮງ, ເວ​ລາ​ໃດ​ຕ້ອງກະ​ຕຸ້ນ​ໃຫ້ງົວ​ເລັ່ງ​ຄວາມ​ໄວ.

ສຳ​ລັບ​ຜູ້​ເຂົ້າ​ຮ່ວມ, ​ການໄຊ​ຊະ​ນະຫຼື​​ປະ​ລາໄຊ​ກໍ່​ແມ່ນ​ສິ່ງ​ສຳ​ຄັນ​ທີ​ສຸດ, ແຕ່​ຄວາມ​ເບີກ​ບານ​ມ່ວນ​ຊື່ນ​ເມື່ອໄດ້​ປະ​ກອບ​ສ່ວນ​ໃນ​ງານ​​ບຸນ​ຍັງ​ໃຫຍ່ກວ່າ​ນັ້ນ​ອີກ.

ທ່ານ ດ່າວ​ວັນ​ກັດ, ຢູ່​ຕາ​ແສງ ອານ​ກື, ແຂວງ ອານ​ຢາງ ມີ​ງົວ​ຄູ່​ໜຶ່ງ​ທີ່​ເຂົ້າ​ຮ່ວມ​ບຸນແຂ່ງ​ງົວ​ປີນີ້, ໃຫ້​ຮູ້​ວ່າ

“ໃຫ້​ງົວ​ແຂ່ງ​ຊື່ໆເທົ່າ​ນັ້ນ, ຖ້າ​​ໄດ້​ຮັບລາງວັນ​ກໍ່​ດີ. ງົວ​ຂອງ​ເຮົາ​ແມ່ນງົວ​​ນ້ອຍ, ​ບໍ່​ທັນ​ເປັນ​ງົວ​ໂຕ​ໃຫຍ່. ປີນີ້​ງານ​ບຸນ​ຖືກ​ຈັດ​ຕັ້ງ​ຄື​ຊຸມ​ປີ​ກ່ອນ, ມີ​ງົວ​​ຄູ່ເຂົ້າ​ຮ່ວມ​ງານ​ບຸນ, ເຮົາ​ດີ​ໃຈຫຼາຍ”.

ຜູ້ທີ່​ມີ​ງົວເຂົ້າ​ຮ່ວມ​ງານ​ບຸນ​ຈະ​ກະ​ກຽມ​ໃຫ້​ການ​ແຂ່ງ​ຂັນ. ສ່ວນ​ຜູ້​ບໍ່​ມີ​ງົວ​ຈະ​ມາ​ຊົມ, ​ແລະໃຫ້ກຳ​ລັງ​ໃຈ​ແກ່​ງົວ​ຄູ່​ທີ່​ລຶ້ງ​ເຄີຍ. ເຈົ້າ​ຂອງ​ງົວ​ເມື່ອພົບ​ກັນ​ຈະແລ​ກ​ປ່ຽນ​ບົດ​ຮຽນ​ປະ​ສົບ​ການ​ໃນ​ການ​ເບິ່ງ​ແຍງ, ຝຶກ​ແອບ​ນຳ​ກັນ, ສ່ວນປະ​ຊາ​ຊົນ​ຢູ່​ອ້ອມ​ເຂດ​ກໍ່​ມີ​ໂອ​ກາດ​ໄດ້​ພົບ​ກັນ​ພາຍຫຼັງ​ຊຸມ​ວັນ​ອອກ​ແຮງ​ງານ.

ທ່ານ ຕື່​ວັນ​ຕ໋ວນ, ຢູ່​ຕາ​ແສງ ຕິ້ງ​ບຽນ, ແຂວງ ອານ​ຢາງ, ໃຫ້​ຮູ້​ວ່າ ​ປີ​ໃດ​ລາວ​ກໍ່​ລໍ​ຖ້າ​ຮອດ​ວັນບຸນ:

“ປີນີ້, ສິ່ງ​ທີ່ຕ່າງ​ຫາກ​ຊຸມ​ປີ​ກ່ອນນັ້ນ​ແມ່ນມີ​ລະ​ບຽບ​ວິ​ໃນ, ມີ​ແບບ​ມີ​ແຜນ​ກວ່າ. ຄະ​ນະ​ຈັດ​ຕັ້ງກໍ່ກະ​ກຽມ​ໄດ້​ດີ, ຈັດ​ສັນ​ທຸກ​ດ້ານ​ຢ່າງ​ຮຽບ​ຮ້ອຍ. ຂ້າ​ພະ​ເຈົ້າຮູ້​ສຶກ​ກະ​ຕືລື​ລົ້ນຫຼາຍ, ມັກ​ໄປແຮງ​ເພື່ອ​ເປີດ​ຫູ​ເປີດ​ຕາ.”

ແຂ່ງ​ງົວ ໄບ​ນຸ໋ຍ ໄດ້​ເລີ່ມ​ມາ​ຈາກ​ການ​ດຳ​ລົງ​ຊີ​ວິດ, ການ​ຜະ​ລິດ​ຂອງ​ຊາວ​ເຜົ່າ ຂະ​ແມ. ໂຕງົວ​ເຄີຍຕິດ​ພັນ​ກັບ​ວຽກ​ໄຮ່​ການ​ນາ, ວຽກ​ງານ​ກະ​ສິ​ກຳ. ຜ່ານ​ການ​ເວ​ລາ, ການ​ແຂ່ງ​ງົວ​ພາຍຫຼັງລະ​ດູ​ການ​​ເກັບ​ກ່ຽວ​ຄ່ອຍໆ​ກາຍ​ເປັນ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ, ກິ​ລາ ທີ່​ໄດ້​ຮັບ​ຄວາມລໍ​ຄອຍຈາກ​ຊຸມ​ຊົນ. ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ງານ​ບຸນປະ​ເພ​ນີ​ທີ່​ສຳ​ຄັນ​ຂອງ​ຊາວ​ເຜົ່າ​ຂະ​ແມ​ຢູ່​ພາກ​ໃຕ້. ຍ້ອນ​ເຫດ​ນັ້ນ, ສະ​ໜາມ​ແຂ່ງ​ງົວ​ກໍ່​ຕ່າງ​ຫາກ​ກັບ​ກິ​ລາ​ປະ​ເພດ​ອື່ນໆ.

ສະ​ໜາມ​ບໍ່​ຮາບ​ພຽງ. ຂີ້​ຕົມ, ນ້ຳ ແລະ ຄວາມ​ມື່ນ​ຂອງ​ນາ​ເອງ ​ໄດ້​ສ້າງ​ເປັນ​ສິ່ງ​ທົດ​ສອບ. ຜູ້​ແຂ່ງ​ທັງ​ຕ້ອງ​ຮັກ​ສາຄວາມ​ທ່ຽງ, ທັງຄວບ​ຄຸມ​ໃຫ້​ງົວ​ສອງ​ໂຕ​ແລ່ນ​ສະ​ໝ່ຳ​ສະ​ເໝີ​ກັນ. ພຽງ​ແຕ່​ຂາດ​ສະ​ຕິ​ບຶດ​ດຽວເທົ່າ​ນັ້ນ ​ກໍ່​ພາ​ໃຫ້​ທ່າ​ໄດ້​ປຽບ​ປ່ຽນ​ແປງ​ໄປ​ນຳ. ຄວາມເຂັ້ມ​ແຂງ, ລະ​ດັບ​ຄວາມ​ໄວ, ແລະ​ຂະ​ນະທີ່​ຂີ້​ຕົມ, ນ້ຳ​ພຸ່ງຂຶ້ນອ້ອມ​ຮອບ​ຜູ້ແຂ່ງ​, ພາ​ໃຫ້​ບຸນ​ແຂ່ງ​ງົວ​ກາຍ​ເປັນ “ຜະ​ລິດ​ຕະ​ພັນ​ຮູບ​ພາບ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ”​ຂອງ​ເຂດ ໄບ​ນຸ໋ຍ.

ມີ​ນັກ​ທ່ອງ​ທ່ຽວຫຼາຍ​ຄົນ​ໄດ້​ຜ່ານ​ໄລ​ຍະ​ທາງ​ນັບຮ້ອຍ km ມາ ອານ​ຢາງ ເພື່ອ​ເຫັນ​ປະ​ຈັກ​ຕາ​ການ​ແຂ່ງ​ງົວ. ໃນ​ນັ້ນ​ມີ​ບາງ​ຄົນ​​ໄດ້ເອົາ​ກອງ​ຖ່າຍ​ຮູບ​ໄປ​ນຳ, ລໍ​ຖ້າແຕ່​ລະຊ່ວງ​ເວ​ລາ​ເພື່ອ​ຖ່າຍ​ໃຫ້​ໄດ້​ບັນ​ດາ​ຮູບ​ພາບ​ທີ່​ສວຍ​ງາມ.

ອ້າຍ ຟ້າມ​ແມ້ງ​ຕ໋ວນ ຢູ່​ນະ​ຄອນ ໂຮ່​ຈີ​ມິນ ພ້ອມ​ກັບ​ໝູ່​ເພື່ອນ​ມາ ຈົ່ວ​ໂຣ ເພື່ອຖ່າຍ​​ຮູບ​ກ່ຽວ​ກັບ​ງານ​ບຸນ, ​ລາວໄດ້​ແບ່ງ​ປັນ​ວ່າ:

“ປີນີ້​ການ​ແຂ່ງ​ຂັນ​ຖ່າຍ​ຮູບ​ໄດ້​ຈັດ​ຕັ້ງ​ກົງ​ກັບ​ໂອ​ກາດ​ຈັດ​​ງານບຸນ​ແຂ່ງ​ງົວ, ສະ​ນັ້ນ​ອ້າຍ​ນ້ອງຫຼາຍ​ຄົນ​ກໍ່​ຢາກ​ເຂົ້າ​ຮ່ວມ. ທີ​ສອງ​ແມ່ນ​ ງານບ​ບຸນ​ຖືກ​ຈັດ​ຕັ້ງ​ດ້ວຍ​ຂະ​ໜາດ​ໃຫຍ່, ງົວຫຼາຍ​ຄູ່​ກໍ່ແຂ່ງ​ຂັນ​​ກັນ​ດຸ​ເດືອດກວ່າ, ຂ້າ​ພະ​ເຈົ້າ​ອາດ​ຈະ​ຖ່າຍ​ຮູບ​ທີ່​ສວຍ​ງາມ​, ຫາ​ຍາກໄດ້ຫຼາຍກວ່າ”

​ປະ​ຊາ​ຊົນ​ມີ​ທັດ​ສະ​ນະ​ວ່າ ​ງົວ​ຄູ່ທີ່​ໄດ້​ຮັບ​ໄຊຊະ​ນະ​ຈະ​ນຳ​ມາ​ເຊິ່ງ​ຄວາມ​ໂຊກ​ດີ, ແລະ​ຝາກ​ຝັງ​ຄວາມຫວັງ​ທີ່​ວ່າ​ດິນ​ຟ້າ​ອາ​ກາດ​ເອື້ອ​ອຳ​ນວຍ​ຄວາມ​ສະ​ດວກ ເພື່ອ​ໃຫ້​ລະ​ດູ​ການ​ເກັບ​ກ່ຽວ​ໄດ້​ຮັບ​ຜົນ​ດີ. ສ່ວນ​ບັນ​ດາ​ເຈົ້າ​ຂອງ​ງົວຄູ່​ທີ່​ບໍ່​ໄດ້​ຮັບ​ລາງວັນ, ຈະ​ຈູງ​ງົວ​ຂອງ​ຄອບ​ຄົວ​ຕົນ​ເຂົ້າ​ເດີນ​ເພື່ອ​ພົບ​ປະ​ກັບ​ຜູ້​ມີ​ຄວາມນິ​ຍົມ​ຄື​ກັນ ແລະ ມີ​ໜ້າ​ໃນ​ງານ​ບຸນ, ນັ້ນ​ກໍ່​ແມ່ນ​ຄວາມ​ພາກ​ພູມ​ໃຈ​ແລ້ວ.

ຜ່ານ​ການ​ຈັດ​ຕັ້ງ 12 ຄັ້ງ​ຢູ່ ຈົ່ວ​ໂຣ, ​ການ​ແຂ່ງ​ງົວຫຼາຍ​ຄູ່​ຍັງ​ຄົງ​ຮັກ​ສາປະ​ເພ​ນີ​ທີ່​ມີ​ມາ​ແຕ່​ດົນ​ນານ​ຂອງ​ຊາວ​ເຜົ່າ​ຂະ​ແມ​ໃນ​ເຂດ ໄບ​ນຸ໋ຍ ໄວ້​ຢູ່.

ຜ່ານ​ສຽງ​ໂຮ​ຮ້ອງ, ເຂົາ​ເຈົ້າ​ບໍ່​ພຽງ​ແຕ່​ໄດ້​ເຫັນ​ງົວ​ຫຼາຍ​ຄູ່ ແລະ ຊາວ​ກະ​ສິ​ກຳ​ເທົ່າ​ນັ້ນ, ຫາກ​ຍັງ​ເຫັນ​ໄດ້​ຊີ​ວິດ​ດ້ານ​ວັດ​ທະ​ນະ​ທຳ​ສ່ວນ​ໜຶ່ງ​ຂອງ​ຊຸມ​ຊົນ​ເຂດ​ທາງທິດ​ຕາ​ເວັນ​ຕົກ​ພາກ​ໃຕ້​ອີກ​ດ້ວຍ. ງານ​ບຸນ​ເລີ່ມ​ມາ​ຈາກ​ການ​ອອກ​ແຮງ​ງານ, ແລະ​ຊຸມ​ຊົນ​ເຂດ​ທາງ​ທິດ​ຕາ​ເວັນ​ຕົກ​ພາກ​ໃຕ້​ໄດ້​​ຮັ​ກ​ສາ​ໄວ້​ນັ້ນ, ປະ​ຈຸ​ບັນ​ພວມ​ການ​ເປັນ​ປະ​ສົບ​ການ​ທ່ອງ​ທ່ຽວ​ພິ​ເສດ​ສະ​ເພາະ​ຂອງ​ເຂດ​ໄບ​ນຸ້ຍ, ແຂວງ ອານ​ຢາງ./.