VOV WorldVOV World
ຮ່າໂນ້ຍສວຍສົດງົດງາມດ້ວຍການປະດັບປະດາທຸງຊາດດອກໄມ້ຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ກອມມູນິດ ຫວຽດນາມ
27/01/2021 07:27
(VOVWORLD) - ໃນຊຸມມື້ນີ້, ຢູ່ຖະໜົນສາຍຕ່າງໆໃນນະຄອນຫຼວງຮ່າໂນ້ຍໄດ້ ຖືກປະດັບປະດາຢ່າງສວຍສົດງົດງາມດ້ວຍດອກໄມ້, ທຸງຊາດ, ປ້າຍຄຳຂວັນ, ພາບລະດົມກຳລັງໃຈ ອັນໄດ້ສ້າງບັນຍາກາດຟົດຟື້ນມ່ວນຊືນມຸ່ງໄປສູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ
ຮ່າໂນ້ຍສວຍສົດງົດງາມດ້ວຍການປະດັບປະດາທຸງຊາດດອກໄມ້ຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ກອມມູນິດ ຫວຽດນາມ
ຢູ່ຖະໜົດສາຍຕ່າງໆໃນບໍລິເວນນະຄອນຫຼວງຮ່າໂນ້ຍໄດ້ປະດັບປະດາຢ່າງສວຍງາມດ້ວຍປ້າຍໂຄສະນາ, ຄຳຂັວນ, ພາບລະດົມກຳລັງໃຈ ເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ 1.  ໜ້າຈໍ LED ຂະໜາດໃຫຍ່ແຜ່ພາບລະດົມກຳລັງໃຈ ແລະ ປ້າຍຄຳຂວັນຢູ່ສູນການຄ້າ ຈ່າງຕຽນປລາຊາ ປ້າຍໂຄສະນາໃຫຍ່ຖືກຕັ້ງຂຶ້ນຢູ່ຕາມຖະໜົດສາຍຕ່າງໆ ຄືຖະໜົນດີງຕຽນຮ່ວາງ, ຖະໜົນລີ້ທ໊າຍໂຕ, ຖະໜົນບ່າຈ້ຽວ…  ສະພານລອຍຢູ່ຖະໜົນດ້າຍໂກຫວຽດ ທາງໜ້າຕຶກອາຄານສຳນັກງານຄະນະກຳມະການປະຊາຊົນຮ່າໂນ້ຍ  ອະນຸສາວາລີຍອມເສຍສະຫຼະຊີວິດເພື່ອຊາດຖືກຕັ້ງຢູ່ຂ້າງ ໜອງຮ່ວານກຽມເຄີຍຖືກນຳໃຊ້ເປັນເວທີສາແດງສິລະປະວັນນະຄະດີ. ບັນດາຮ້ານຂາຍເຄື່ອງ, ເຮືອນປະຊາຊົນ ຢູ່ແຄມຖະໜົນລ້ວນແຕ່ໄດ້ເຮັດອະນາໄມ ແຂວນທຸງຊາດ, ຄຳຂວັນ ຂ່ຳນັບຮັບຕ້ອນເຫດການໃຫຍ່ຂອງທັງຊາດ ບັນດາເຮືອນຂອງປະຊາຊົນຢູ່ຖະໜົນກົງດຸກ ຕາແສງຮ່າງມາ ເພີ່ມຄວາມງົດງາມດ້ວຍທຸງຊາດສີແດງດາວຄຳ ພາບຝາຜະໜັງ ໂຄສະນາກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ໂດຍ ຊາວໜຸ່ມຕາແສງຮ່າງດ່າວປະຕິບັດ ຄຳຂັວນ ຊົມເຊີຍພັກ - ຊົມເຊີຍລະດູບານໃໝ່ດ້ວຍດອກໄມ້ ຢູ່ທາງໜ້າອະນຸສາວາລີ Lenin ບໍລິເວນ ສຸສານປະທານໂຮ່ຈີມິນ ໄດ້ປະດັບປະດາດ້ວຍທຸງຊາດ, ດອກໄມ້ຫຼາກຫຼາຍສີສັນ ປ້າຍໂຄສະນາ ແຜ່ນຄຳຂັວນຂະໜາດໃຫຍ່ຢູ່ຫໍວັດທະນະທຳແຮງງານມິດຕະພາບ ຫວຽດນາມ - ໂຊວຽດ ທາງ 4 ແຍກເລຮົ່ງຟອງ - ຈຸວັນອານ.
TAG
VOV/VOVworld/