VOV WorldVOV World
ອ່າວຮະລອງ ຖືກຈັດເຂົ້າ top 50 ສິ່ງມະຫັດສະຈັນສວຍງາມທີ່ສຸດໃນໂລກ
10/07/2020 12:14
(VOVWORLD) -ອ່າວຮະລອງ - ສະຖານທີ່ທີ່ມີຊື່ສຽງຂອງຫວຽດນາມ ເຊິ່ງວາລະສານ Insider ທີ່ມີຊື່ສຽງຄັດເລືອກແມ່ນໜຶ່ງໃນຈຳນວນ 50 ສິ່ງມະຫັດສະຈັນທຳມະຊາດແຖວໜ້າຂອງໂລກ.
ອ່າວຮະລອງ ຖືກຈັດເຂົ້າ top 50 ສິ່ງມະຫັດສະຈັນສວຍງາມທີ່ສຸດໃນໂລກ
  ຫວ່າງແລ້ວນີ້, ວາລະສານ Insider ຂອງອາເມລິກາ ຫາກໍ່ປະກາດການຄັດເລືອກ 50 ສິ່ງມະຫັດສະຈັນສວຍງາມທີ່ສຸດໃນໂລກ, ລວມມີອ່າວ ຮະລອງ, ເຊິ່ງແມ່ນສະຖານທີ່ທີ່ມີຊື່ສຽງຂອງຫວຽດນາມ. (ພາບ: ຄະນະຄຸ້ມຄອງອ່າວ ຮະລອງ) ຕາມເວລາສານສະບັບນີ້ແລ້ວ, ອ່າວຮະລອງ ໄດ້ຮັບຮູ້ວ່າແມ່ນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວທີ່ດູດດື່ມທີ່ສຸດຂອງຫວຽດນາມ ຍ້ອນຄວາມງາມຂອງທຳມະຊາດທີ່ຫາຍາກ. ການເຄື່ອນໄຫວພາຍເຮືອ Kayak ຢູ່ອ່າວ ຮະລອງ ໃນຄໍລຳ “ທ່ອງທ່ຽວ” ຂອງເວັບໄຊ CNN ກໍ່ເຄີຍລົງຂ່າວກ່ຽວກັບການບໍລິການຮັບຊົມອ່າວ ຮະລອງ ດ້ວຍເຮືອບິນເອລີກອບເຕີ ນອນຄ້າງຄືນໃນເຮືອຢູ່ອ່າວ ຮະລອງ - ມໍລະດົກທຳມະຊາດໂລກ ແມ່ນສິ່ງປະທັບໃຈທີ່ສຸດສຳລັບນັກທ່ອງທ່ຽວ.