VOV WorldVOV World
ໄປເຂດຊາຍແດນຮັບຊົມດອກໄມ້ຄາມີເລຍ ບານສະພັງປົກຄຸມໄປດ້ວຍສີຂາວທົ່ວເຂດພູຜາປ່າໄມ້
20/12/2020 09:14
(VOVWORLD) -ເດືອນທັນວາ ດອກຄາມີເລຍບານສະພັງ ປົກຄຸມສີຂາວໄປທົ່ວເຂດພູຜາປ່າໄມ້ຊາຍແດນຢູ່ບິ່ງລຽວແຂວງກ໋ວາງນິງ. ງານບຸນດອກ ຄາມີເລຍ ໄດ້ດຶງດູດແຂກທ່ອງທ່ຽວມາຢ້ຽມຊົມຄວາມງາມທີ່ເປັນເອກະລັກສະເພາະ ຂອງດອກໄມ້ຊະນິດນີ້ຢູ່ເຂດພູຜາປ່າໄມ້ທາງທິດຕາເວັນອອກສ່ຽງເໜືອ.
ໄປເຂດຊາຍແດນຮັບຊົມດອກໄມ້ຄາມີເລຍ ບານສະພັງປົກຄຸມໄປດ້ວຍສີຂາວທົ່ວເຂດພູຜາປ່າໄມ້
ໂດຍຫ່າງຈາກນະຄອນຮະລອງກ່ວາ 100 ກີໂລແມັດໄປທາງທິດຕາເວັນອອກສ່ຽງເໜືອ, ເມືອງບີງລຽວມີຄວາມງາມແບບຮົກເຮື້ອ, ໃຫຍ່ໂຕມະໂຫຖານ. ຮອດເດືອນທັນວາ ເຂດພູຜາປ່າໄມ້ຊາຍແດນພັດຖືກປົກຄຸມໄປດ້ວຍສີຂາວ ຂອງດອກຄາມີເລຍ. ດອກຄາມີເລຍບານສະພັງປົກຄຸມໄປດ້ວຍສີຂາວ ທົ່ວເຂດພູຜາລຽບຕາມບັນດາເສັ້ນທາງເຂົ້າໄປໝູ່ບ້ານຕ່າງໆ ແລະໄດ້ກາຍເປັນຄວາມງາມທີ່ເປັນເອກະລັກສະເພາະ ຂອງບິ່ງລຽວ. ດອກຄາມີເລຍບານສະພັງສວຍງາມທີ່ສຸດໃນລະດູໜາວ ຄືເດືອນທັນວາແຕ່ລະປີ. ດອກຄາມີເລຍ ບານສະພັງ ທີ່ສວຍງາມເຮັດໃຫ້ ແຂກທ່ອງທ່ຽວທັງຫຼາຍ ຄິດເລີຍເຖິງດອກຊາແຕ່ເບິ່ງຄັກໆແລ້ວ ກີບຂອງດອກຄາມີເລຍໃຫຍ່ກ່ວາ, ເປັນສີຂາວແລະມີກິ່ນຫອມ. ຕົ້ນດອກຄາມີເລຍ ຖືກປຸກຢູ່ທົ່ວທຸກແຫ່ງສະຫຼັບ ກັບຕົ້ນໄມ້ກິນໝາກຊະນິດອື່ນ. ນັບແຕ່ປີ 2015 ງານບຸນດອກຄາມີເຊຍໄດ້ຈັດຂຶ້ນຢ່າງເປັນປະຈຳ ແລະ ໄດ້ກາຍເປັນໜຶ່ງໃນບັນດາເຫດການທ່ອງທ່ຽວທີ່ດູດດື່ມໃນແຂວງກ໋ວາງນິງ. ງານບຸນດອກຄາມີເລຍ ປີ 2020 ຖືກຈັດຂຶ້ນຢູ່ບ້ານດົ່ງລອງ, ຕາແສງດົ່ງເລິມ, ເຊິ່ງແມ່ນແຫ່ງມີດອກຄາມີເລຍ ບານສະພັງ ສວຍງາມທີ່ສຸດໃນເຂດ. ເນື່ອງໃນໂອກາດນີ້, ພໍ່ແມ່ພີ່ນ້ອງເຜົ່າໄຕ່, ເຜົ່າຢ໊າວ, ເຜົ່າແທັງອີ, ເຜົ່າແທັງຟ໊ານ, ເຜົ່າຊານຈີ ຢູ່ບິ່ງລຽວໄດ້ພາກັນ ໄປຮ່ວມງານບຸນ, ເຂົາເຈົ້າໄດ້ພ້ອມກັນນຸ່ງຊຸດອາພອນ ປະຈຳເຜົ່າ ທີ່ສວຍງາມຫຼາກຫຼາຍສີສັນ. ງານບຸນດອກຄາມີເລຍກໍ່ແມ່ນໜຶ່ງໃນບັນດາງານບຸນທີ່ເປັນເອກະລັກຢູ່ເຂດພູສູງຊາຍແດດກ໋ວາງນິງ ເຊິ່ງໄດ້ວາດພາບເຖິງຈຸດວັດທະນະທຳ ທີ່ຫຼາຍຮູບຫຼາຍສີຂອງພໍ່ແມ່ປະຊາຊົນຢູ່ແຫ່ງນີ້. ງານບຸນດອກຄາມີເລຍປີ 2020 ໄດ້ດຶງດູດໄດ້ແຂກທ່ອງທ່ຽວມາຢ້ຽມຊົມທັດສະນະສຶກສາຢ່າງຫຼວງຫຼາຍ. ນາງເຈິ່ນທິແທັງມາຍແຂກທ່ອງທ່ຽວມາຈາກຮ່າໂນ້ຍແບ່ງປັນວ່າ: “ດິນແດນແຫ່ງນີ້ປຽບເໝືອນຊາປາຮັດແຄບ, ຢູ່ທີ່ນີ້ ອາກາດປອດໂປ່ງ, ຊາວທ້ອງຖິ່ນມີຈິດໃຈຮັກແພງແຂກ, ນີ້ກໍ່ແມ່ນໂອກາດມາທ່ອງທ່ຽວເປັນໜ້າຈື່ຈຳຂອງຂ້າພະເຈົ້າ” ນາງຫງວຽນທິຮວາ ນັກສຶກສາສັງກັດມະຫາວິທະຍາໄລ ຮະລອງແບ່ງປັນວ່າ: ທັດສະນີສະພາບຢູ່ແຫ່ງນີ້ງົດງາມທີ່ສຸດ, ນ້ອງໄດ້ຖ່າຍເອົາບັນດາຮູບພາບທີ່ເປັນໜ້າປະທັບໃຈທີ່ສຸດ. ການເດີນທາງໄປທ່ອງທ່ຽວຢູ່ເຂດປ່າດອກຄາມີເລຍໄດ້ນຳຄວາມປະທັບໃຈ ໃຫ້ແກ່ແຂກທ່ອງທ່ຽວທັງຫຼາຍ ແສງແດດທີ່ອົບອຸ່ນ ໄດ້ເຮັດໃຫ້ດອກຄາມີເລຍຫຼົ່ນລົງຫຼາຍ ແຕ່ຄວາມງາມກໍ່ຍັງເໝືອນເດີມເພື່ອໃຫ້ແຂກທ່ອງທ່ຽວສາມາດຢ້ຽມຊົມຄວາມງາມຂອງດອກໄມ້ຊະນິດນີ້ໃນງານບຸນ. ແຂກທ່ອງທ່ຽວໄດ້ພ້ອມກັນຖ່າຍຮູບເປັນທີ່ລະນຶກ ມາຮ່ວມງານບຸນດອກຄາມີເລຍປີ 2020 ແຂກທ່ອງທ່ຽວຍັງໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວວັດທະນະທຳສີລະປະກິລາທີ່ອຸດົມສົມບຸນຂອງປະຊາຊົນຢູ່ແຫ່ງນີ້ ການລະຫຼິ້ນພື້ນເມືອງຫຼາຍຢ່າງໄດ້ດຶງດູດການເຂົ້າຮ່ວມຂອງຜູ້ຊົມຫຼາຍຄົນຄື ຍົນໝາກຄອນ, ຍູ້ໄມ້ຄ້ອນເທົ້າ, ປິດຕາຈັບເປັດ… ບຸນແຂ່ງຂັນຍາດເອົາແກ່ນດອກຄາມີເລຍ ລະຫວ່າງບັນດາໝູ່ບ້ານອັນໄດ້ສ້າງບັນຍາກາດເບີກບານມ່ວນຊື່ນທີ່ສຸດ ການບໍລິການຈ້ອງເວີນໃນທ່າມກາງເຂດພູຜາປ່າໄມ້ໄດ້ສ້າງຄວາມປະທັບໃຈທີ່ໃໝ່ອ່ຽມໃຫ້ແກ່ແຂກທ່ອງທ່ຽວ ເມື່ອມາເຂົ້າຮ່ວມງານບຸນດອກຄາມີເລຍປີນີ້.
TAG
VOV/VOVworld/