ບັນໄຢ ໃນການດຳລົງຊີວິດຂອງພໍ່ແມ່ພີ່ນ້ອງເຜົ່າມົ້ງເຂດທາງທິດຕາເວັນຕົກສ່ຽງເໜືອ
10/11/2019 03:01
(VOVWORLD) -ໂດຍໄດ້ເຕົ້າໂຮມສິ່ງທີ່ຍອດຍິ່ງຈາກດິນຟ້າອາກາດຢູ່ເຂດພູຜາປ່າໄມ້, ບັນໄຢ ແມ່ນເຍື່ອງອາຫານຂາດບໍ່ໄດ້ໃນການດຳລົງຊີວິດຂອງວົງຄະນະຍາດບັນດາເຜົ່າເຂດທາງທິດຕາເວັນຕົກສ່ຽງເໜືອ ແລະ ຊາວເຜົ່າມົ້ງ.

ສຳລັບພໍ່ແມ່ພີ່ນ້ອງເຜົ່າກິງ ຢູ່ເຂດທົ່ງພຽງ, ບັນໄຢ ເຄີຍຖືກເຮັດໃນໂອກາດງານບຸນ, ບຸນປີໃໝ່ປະຈຳຊາດ, ບັນໄຢ ມີຮູບວົງມົນເປັນສັນຍາລັກໃຫ້ແກ່ຟ້າ. ສຳລັບພໍ່ແມ່ພີ່ນ້ອງເຜົ່າມົ້ງເຂດທາງທິດຕາເວັນຕົກສ່ຽງເໜືອ, ບັນໄຢ ເຄີຍຖືກເຮັດໃນໂອກາດບຸນປີໃໝ່ປະເພນີຫຼືໃນບັນດາໂອກາດທີ່ສຳຄັນຄືບຸນເຂົ້າໃໝ່, ບຸນລົງນາ. ໃນທຸກວັນນີ້, ບັນໄຢ ເຄີຍຖືກພໍ່ແມ່ພີ່ນ້ອງເຜົ່າມົ້ງເຮັດ ເມື່ອຄອບຄົວມີວຽກງານທີ່ສຳຄັນຫຼືເຮັດເພື່ອຂາຍໃຫ້ແກ່ແຂກທ່ອງທ່ຽວ. ເພື່ອມີບັນໄຢ ທີ່ແຊບນົວນັ້ນ, ພໍ່ແມ່ພີ່ນ້ອງເຜົ່າມົ້ງເຄີຍເລືອກເອົາເຂົ້າສານໜຽວປະເພດຫອມແລະແມ່ນເຂົ້າໜຽວເມັດໃຫຍ່. ພໍ່ແມ່ພີ່ນ້ອງເຜົ່າມົ້ງເຄີຍໃຊ້ໃບກ້ວຍປ່າເພື່ອຫຸ້ມບັນໄຢ ຄົກຕຳບັນໄຢ ຖືກເຮັດຈາກລ້ຳຕົ້ນໄມ້ໃຫຍ່ມີຄວາມແຂງ ແລະ ໜຽວເພື່ອຕຳບໍ່ຖືກແຕກ. ເມື່ອມີໂອກາດເຮັດບັນໄຢ ເຊັ່ນນີ້ ບັນດາຜູ້ເປັນເພດຊາຍກໍ່ແມ່ນກຳລັງຕົ້ນຕໍເພື່ອແບກຫາບວຽກງານໜັກຄືຕຳບັນໄຢ , ຕັກເຂົ້າໜຽວໃສ່ຄົກ… ສຳລັບແມ່ຍິງແລ້ວກໍ່ແບກຫາບວຽກງານປຸງແຕ່ງບັນໄຢ ບໍ່ພຽງແຕ່ເພດຍິງເທົ່ານັ້ນ, ເພດຊາຍເຜົ່າມົ້ງກໍ່ມີຄວາມຄ່ອງແຄ້ວເມື່ອເຮັດບັນໄຢ ດ້ວຍສີມືອັນຄ່ອງແຄ້ວຂອງ ຊາວເຜົ່າມົ້ງ, ເຂົ້າໜຽວພາຍຫຼັງທີ່ຖືກຕຳແລ້ວກໍ່ມີຄວາມໜຽວກ່ວາ. ບັນໄຢ ແຕ່ລະກ້ອນທີ່ິຜະລິດອອກກໍ່ລ້ວນແຕ່ເຕົ້າໂຮມສິ່ງທີ່ຍອດຍິງຈາກດິນຟ້າອາກາດຢູ່ເຂດພູຜາປ່າໄມ້ທາງທິດຕາເວັນຕົກສ່ຽງເໜືອແລະມີລົດຫອມພິເສດ ບັນໄຢ ແມ່ນຈຸດວັດທະນະທຳທາງດ້ານອາຫານການກິນທີ່ເປັນເອກະລັກສະເພາະຂອງພໍ່ແມ່ພີ່ນ້ອງເຜົ່າມົ້ງ ບັນໄຢ ຂອງພໍ່ແມ່ພີ່ນ້ອງເຜົ່າມົ້ງເຂດທາງທິດຕາເວັນຕົກສ່ຽງເໜືອມີລົດຫອມພີເສດຂອງເຂົ້າສານໜຽວ ການເຄື່ອນໄຫວຕຳບັນໄຢ ໃນບັນດາໂອກາດງານບຸນ, ການດຳເນີນຊີວິດວັດທະນະທຳວົງຄະນະຍາດເຄີຍດຶງດູດພໍ່ແມ່ພີ່ນ້ອງເຂົ້າຮ່ວມ ແລະ ກໍ່ແມ່ນໂອກາດເພື່ອຮັດແໜ້ນຄວາມສາມັກຕີລະຫວ່າງບັນດາຊົນເຜົ່າ
TAG
VOV/VOVworld/ບັ໊ນເຢິ່ຍ/ພໍ່ແມ່ພີ່ນ້ອງເຜົ່າມົ້ງ/ເຂດທາງທິດຕາເວັນຕົກສ່ຽງເໜືອ
Related








