VOV WorldVOV World
ຮັບຊົມຄວາມງາມຂອງສວນຕົ້ນອິນທະຜະລຳທີ່ກ້ວາງໃຫຍ່ກ່ວາໝູ່ຢູ່ພາກຕາເວັນຕົກ
06/06/2020 15:36
(VOVWORLD) -ນັບຕັ້ງແຕ່ມື້ເປີດປະຕູ, ແຕ່ລະວັນສວນຕົ້ນອິນທະຜະລຳໄດ້ຕ້ອນຮັບແຂກທ່ອງທ່ຽວແຕ່ 300 – 400 ຄົນມາຢ້ຽມຊົມທັດສະນະສຶກສາ. ສະເພາະ ຊຸມມື້ທ້າຍອາທິດ, ສວນໄດ້ຕ້ອນຮັບແຂກທ່ອງທ່ຽວ 1 ພັນເທື່ອຄົນ.
ຮັບຊົມຄວາມງາມຂອງສວນຕົ້ນອິນທະຜະລຳທີ່ກ້ວາງໃຫຍ່ກ່ວາໝູ່ຢູ່ພາກຕາເວັນຕົກ
ສວນຕົ້ນອິນທະຜະລຳທີ່ໃຫ້ໝາກຫຼາກຫຼາຍຢູ່ຕາແສງເຕິນກຸຍດົງ ນະຄອນຊາແດກ ແຂວງດົ່ງທາບ. ແຕ່ລະວັນສວນຕົ້ນອິນທະຜະລຳໄດ້ດຶງດູດແຂກທ່ອງທ່ຽວເກືອບພັນເທື່ອຄົນມາທັດສະນະສຶກສາ ຈາກປະຕູໂຂງບ້ານດອກໄມ້ຊາແດກຍ່າງເຂົ້າໄປປະມານ 1 ກີໂລແມັດ, ແຂກທ່ອງທ່ຽວຈະເຫັນປະຈັກຕາສວນຕົ້ນອິນທະຜະລຳພວມໃຫ້ໝາກຫຼາກຫຼາຍ ສວນຕົ້ນອິນທະຜະລຳມີຫຼາຍກ່ວາ 100 ຕົ້ນມີອາຍຸເກືອບ 10 ປີ. ນີ້ໄດ້ຮັບຖືວ່າແມ່ນສວນອິນທະຜະລຳທີ່ກ້ວາງໃຫຍ່ກວ່າໝູ່ຢູ່ພາກຕາເວັນຕົກໃນປັດຈຸບັນ. ແຂກທ່ອງທ່ຽວທີ່ມາຈາກບັນດາແຂວງ, ນະຄອນຢູ່ຫວຽດນາມມາຢ້ຽມຊົມ, ຖ່າຍຮູບເປັນທີ່ລະນຶກ. ເມື່ອແຂກທ່ອງທ່ຽວມາຢ້ຽມຢາມບ້ານດອກໄມ້ຊາແດກຕ່າງກໍ່ແວ່ຢ້ຽມຊົມສວນຕົ້ນອິນທະຜະລຳ. ປີນີ້ເຈົ້າຂອງສວນໄດ້ຕົກລົງເປີດປະຕູຮັບໃຊ້ແຂກທ່ອງທ່ຽວມາຢ້ຽມຊົມ, ທັດສະນະສຶກສາ ດ້ວຍຄ່າປີ້ບໍລິການ 20.000 ດົ່ງ ຕໍ່ຄົນ ສວນຕົ້ນອິນທະຜະລຳແມ່ນສະຖານທີ່ປະທັບໃຈເພື່ອດຶງດູດແຂກທ່ອງທ່ຽວມາຢ້ຽມຊົມບ້ານດອກໄມ້ຊາແດກ ໝາກອິນທະຜະລຳຮອດຍາມສຸກຈະປ່ຽນຈາກສີເຫຼືອງສູ່ສີນ້ຳຕານ ເມື່ອມາຢ້ຽມຊົມສວນແຂກທ່ອງທ່ຽວມີໂອກາດໄດ້ຊີມລົດຊາດພິເສດຂອງໝາກອິນທະຜະລຳ ຕາມຜູ້ບົວລະບັດສວນ, ຕົ້ນອິນທະຜະລຳເຄີຍໃຫ້ໝາກໃນຍາມເດືອນ 4 ໄລ່ຕາມຈັນທະປະຕິທິນ ໃນຊຸມວັນທ້າຍອາທິດສວນໄດ້ຕ້ອນຮັບແຂກທ່ອງທ່ຽວປະມານ 1000 ເທື່ອຄົນ.
TAG
VOV/VOVworld/