ເກິນເທີ ນອນໃນບັນຊີລາຍຊື່ 15 ນະຄອນທີ່ມີຄອງງາມທີ່ສຸດໃນໂລກ
01/09/2019 05:04
(VOVWORLD) -ເກິນເທີມີຄວາມເປັນກຽດຖືກ Getty Images ນຳເຂົ້າບັນຊີລາຍຊື່ 15 ນະຄອນທີ່ມີຄອງງາມທີ່ສຸດໃນໂລກ.

ເມື່ອບໍ່ດົນມານີ້ Getty Images ເຊິ່ງແມ່ນສາງຮູບຖ່າຍທາງອອນລາຍໃຫຍ່ທີ່ສຸດໃນໂລກທີ່ມີສຳນັກງານຕັ້ງຢູ່ ອາເມລິກາ ສະໜອງສະເພາະບັນດາຮູບຖ່າຍໃຫ້ແກ່ລະບົບສື່ມວນຊົນໃນທົ່ວໂລກໄດ້ປະກາດບັນຊີລາຍຊື່ 15 ນະຄອນທີ່ມີຄອງງາມທີ່ສຸດໃນໂລກ. ສິ່ງທີ່ເປັນກຽດແມ່ນໃນຈຳນວນດັ່ງກ່າວກໍ່ມີນະຄອນໜຶ່ງທີ່ເປັນຕົວແທນຂອງຫວຽດນາມ. ຕົວແທນຂອງ ຫວຽດນາມ ຖືກ Getty Images ເຕື້ອງເຖິງໃນບັນຊີລາຍຊື່ 15 ນະຄອນທີ່ມີຄອງງາມທີ່ສຸດໃນໂລກແມ່ນນະຄອນເກິນເທີ ຊຶ່ງແມ່ນນະຄອນຂຶ້ນກັບສູນກາງ ແລະ ແມ່ນນະຄອນທີ່ທັນສະໄໝ ແລະ ພັດທະນາທີ່ສຸດຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ເນື່ອງໃນໂອກາດນີ້ VOV5 ຈະຮວບຮ່ວມ ແລະ ແນະນຳ 10 ສະຖານທີ່ໄດ້ຮັບຄວາມຊົມຊອບທີ່ນະຄອນເກິນເທີ: 1. ຕະຫຼາດບົນແມ່ນ້ຳກາຍຣັງ: ຕະຫຼາດບົນແມ່ນ້ຳກາຍຣັງຂຶ້ນກັບເມືອງກາຍຣັງນະຄອນເກິນເທີແມ່ນຕະຫຼາດແລກປ່ຽນຄ້າຂາຍຜະລິດຕະພັນກະເສດ, ໝາກໄມ້ທຸກຊະນິດ ແລະ ສິນຄ້າປະເພດຕ່າງໆ…ຍ້ອນມີລະບົບແມ່ນ້ຳລຳເຊໜາແໜ້ນດັ່ງນັ້ນຊາວທ້ອງຖິ່ນເຄີຍນຳໃຊ້ເຮືອເປັນພາຫະນະຕົ້ນຕໍເພື່ອສັນຈອນໄປມາ. ພາບ: Dai doan ket ພາບ:Dai Doan Ket ພາບ: Zing.vn 2. ເຮືອນເກົ່າ ບິ່ງຖຸຍ ເຮືອນຫຼັງນີ້ໄດ້ຮັບການປຸກສ້າງແຕ່ປີ 1870 ໂດຍຄອບຄົວວົງຕະກຸນເຢືອງກໍ່ສ້າງ. ກ່ວາ 150 ປີທີ່ຜ່ານມາ, ສະຖາປັດຕະຍາກຳຂອງເຮືອນຍັງຄົງຖືກຮັກສາໄວ້ເໝືອນເດີມ. ເຮືອນເກົ່າທີ່ມີອາຍຸ 100 ປີ ບິ່ງຖຸຍເຊິ່ງແມ່ນໜຶ່ງໃນບັນດາເຮືອນທີ່ງາມທີ່ສຸດຢູ່ເຂດທາງທິດຕາເວັນຕົກພາກໃຕ້. (ພາບ: dantri) 3. ທ່າເຮືອນິງກຽວ ທ່າເຮືອນິງກຽວ ຕັ້ງຢູ່ແຄມແມ່ນ້ຳເຮົ້າຢາງ. ບໍລິເວັນທ່າເຮືອນິງກຽວໃນວັນນີ້ກໍ່ມີຕະຫຼາດຍາມກາງຄືນພ້ອມທັງມີພັດຕະຄານ, ຮ້ານກີນດື່ມຫຼາຍແຫ່ງຮັບໃຊ້ແຂກທ່ອງທ່ຽວ. ພາບ: Canthotourist.vn 4. ວັດໂອງ ວັດໂອງເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳຂອງຊາວຮວາຢູ່ທ່າເຮືອນິງກຽວ. (ພາບ: Zing.vn) ພາບ: Zing.vn 5. ຮອງຮອຍສະຖານບູຮານຄະດີເຍິນແທ່ງ. ໃນພື້ນຖານວັດທະນະທຳ ອອກແອວຢູ່ເຂດທາງທິດຕະຕົກພາກໃຕ້. ຮອງຮອຍສະຖານບູຮານຄະດີເຍິນແທ່ງມີທີ່ຕັ້ງພິເສດຊຶ່ງແມ່ນໜຶ່ງໃນບັນດາສະຖານທີ່ປະຫວັດສາດທີ່ສຳຄັນໄດ້ຮັບການສ້າງຕັ້ງ ແລະ ພັດທະນາຢູ່ເຂດພາກໃຕ້ໃນຊຸມສະຕະວັດຕົ້ນ ຄສ. ພາບ: to quoc 6. ຂົວເກິນເທີ ຂົວເກິນເທີແມ່ນຂົວຕັ້ງຂ້າມແມ່ນ້ຳເຮົາເຊື່ອມຕໍ່ນະຄອນເກິນເທີ ແລະ ແຂວງວິງລອງ. ຂົວແຫ່ງນີ້ໄດ້ກໍ່ສ້າງສຳເລັດໃນປີ 2010 ດ້ວຍຄວາມຍາວ 15,85 ກິໂລແມດ ແລະ ລວງກ້ວາງແມ່ນ 23,1 ແມດ. 7. ໝູ່ບ້ານທ່ອງທ່ຽວໝິແຄັງ. ໝູ່ບ້ານທ່ອງທ່ຽວໝິແຄັງໄດ້ຮັບຖືວ່າຄືດັ່ງເຂດທ່ົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ຖືກຮັດແຄບເຂົ້າ. ນີ້ແມ່ນສະຖານທີ່ທ່ອງທ່ຽວທຳມະຊາດທີ່ລືຊື່ທີ່ນະຄອນເກິນເທີ. ພາບ: Canthotourist.vn 8. ຕະຫຼາດ ໄຕໂດ ຕະຫຼາດໄຕໂດຕັ້ງຢູ່ຫ່າງຈາກໃຈກາງນະຄອນເກິນເທີປະມານ 1 ກິໂລແມດໄປທາງທິດຕາເວັນຕົກ ຂອງແມ່ນ້ຳເຮົາ, ຕະຫຼາດແຫ່ງນີ້ແມ່ນສູນຄ້າຂາຍໃຫຍ່ຂອງບັນດາແຂວງພາກໃຕ້, ພ້ອມທັງແມ່ນສະຖານທີ່ລະຫຼິ້ນບັນເທີງທີ່ດູດດື່ມສຳລັບແຂກທ່ອງທ່ຽວເມື່ອມາຢ້ຽມຢາມນະຄອນ ເກິນເທີ. ພາບ: Canthotourist.vn 9. ວັດຈຸກເລິມພາກໃຕ້ ວັດຈຸກເລິມພາກໃຕ້ຕັ້ງຢູ່ຫ່າງຈາກໃຈກາງນະຄອນເກິນເທີປະມານ15 ກິໂລແມດຂຶ້ນກັບຕາແສງໝິແຄັງເມືອງຟອງດຽນ, ທັດສະນີຍະພາບ ແລະ ສີສັນວັດທະນະທຳສະຖາປັດຕະຍາກຳສະໄໝລາຊາວົງ ລີ໊ - ເຈິນ ທີ່ວັດກ້ວາງໃຫຍ່ທີ່ສຸດໃນເຂດພາກຕາເວັນຕົກນີ້ຈະສ້າງຄວາມປະທັບໃຈໃຫ້ແກ່ແຂກທ່ອງທ່ຽວທັງຫຼາຍ. ພາບ: Canthotourist.vn 10. ທະເລເກິນເທີ. ທະເລເກິນເທີແມ່ນຫາດຊາຍທະເລໂດຍມະນຸດສ້າງຂຶ້ນ. ຈາກສະຖານທີ່ແຫ່ງນີ້ແຂກທ່ອງທ່ຽວຈະໄດ້ເຫັນຂົວເກີນເທ. ຢູ່ສະຖານທີ່ທ່ອງທ່ຽວແຫ່ງນີ້ສະມາດຂີ່ໂມໂຕນ້ຳ, ພາຍເຮືອ ແລະ ອື່ນໆ. ພາບ: canthoplus
TAG
VOV/VOVworld/ເກິນເທີ/Getty Images
Related
More








